ການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງໄດ້ສ້າງຄວາມປະທັບໃຈຕໍ່ປະຊາຊົນອາເມລິກາ
ເຍີດກີນ, ນັກຂ່າວ VOV ປະຈຳອາເມລິກາ -  
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ
ອະດີດເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Michael Michalak)
(vovworld) - ການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເຖິງອາເມລິກາ ໄດ້ສິ້ນສຸດລົງຢ່າງຈົບງາມ. ເຫດການນີ້ໄດ້ຮັບຄວາມສົນໃຈພິເສດຈາກຫາງສຽງອາເມລິກາ, ຈາກບັນດານັກການເມືອງ, ນັກຮຽນຮູ້ ຕະຫຼອດຮອດປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ລ້ວນແຕ່ມີຄວາມປະເອີບໃຈຕໍ່ບັນດາໝາກຜົນທີ່ຕັ້ງໜ້າເຊິ່ງການຢ້ຽມຢາມໄດ້ ນຳມາໃຫ້ສຳລັບການພົວພັນລະຫວ່າງ 2 ປະເທດ. ທ່ານອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Michael Michalak ຖືວ່າ, ການຢ້ຽມຢາມໄດ້ຢືນຢັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ.
“ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງລະຫວ່າງ 2 ປະເທດຄື ການປະຕິບັດຖະແຫຼງການເຊິ່ງ 2 ຝ່າຍໄດ້ຍົກອອກມາໃນການພົວພັນຄູ່ຮ່ວມມືຮອບດ້ານ, ຕາມນັ້ນແລ້ວ, ຫວຽດນາມ ແລະ ອາເມລິກາ ເຄົາລົບລະບອບການເມືອງຂອງກັນ. ການຢ້ຽມຢາມ ໄດ້ນຳການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່ ແລະ ຂ້າພະເຈົ້າຫວັງວ່າ, 2 ປະເທດຈະສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນກວ່າອີກ”.
ສ່ວນທ່ານ Murray Hiebert, ຮອງຫົວໜ້າໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS), ຖືວ່າ.
“ຂ້າພະເຂົ້າຫວັງວ່າ, ທ່ານປະທານາທິບໍດີ Barack Obama ຈະມາຢ້ຽມຢາມຫວຽດນາມ, ອາດຈະແມ່ນໃນເດືອນ 11 ປີ 2015 ນີ້, ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດ APEC ແລະ ກອງປະຊຸມຂັ້ນສູງອາຊີຕາເວັນອອກ. ໃນການຢ້ຽມຢາມຜ່ານມາ, 2 ຝ່າຍໄດ້ປຶກສາຫາລືຫຼາຍບັນຫາ ແລະ ພວກເຮົາພຽງຕີລາຄາໝາດຜົນແທດຈິງຂອງການຢ້ຽມຢາມນີ້ ຜ່ານເລື່ອງ 2 ຝ່າຍປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຄືແນວໃດໃນອະນາຄົດ”.
ບັນດານັກຮຽນຮູ້ອາເມລິກາ ຖືວ່າ, ຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ການຮ່ວມມືແມ່ນສານໄດ້ຮັບການຢັ້ງຢືນຜ່ານການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ບັນດາປັດໃຈດັ່ງກ່າວກໍຈະແມ່ນເຂັ້ມຊີ້ທິດໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.
ເຍີດກີນ, ນັກຂ່າວ VOV ປະຈຳອາເມລິກາ