ການລົງທຶນຂອງຫວຽດນາມ ເຂົ້າ ກຳປູເຈຍ ສືບຕໍ່ພັດທະນາຢ່າງແຮງ

ການລົງທຶນຂອງຫວຽດນາມ ເຂົ້າ ກຳປູເຈຍ ສືບຕໍ່ພັດທະນາຢ່າງແຮງ - ảnh 1
ກາບພົບປະສັງສັນກັບບັນດານັກລົງທຶນຫວຽດນາມ ຢູ່ກຳປູເຈຍ

(vovworld) – “ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ຫວຽດນາມ ​ເຂົ້າ ກຳປູ​ເຈຍ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ແຕ່ 6 ​ເດືອນ​ທ້າຍ​ປີ 2009 ມາ​ຮອດ​ປະຈຸ​ບັນ, ດ້ວຍ​ຈຳນວນ​ໂຄງການ​​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ, ​ແລະ ຍອດ​ເງິນ​ລົງທຶນ​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ​ເມື່ອ​ທຽບ​ກັບ​ໄລຍະ​ກ່ອນ​ປີ 2009.” ນັ້ນ​ແມ່ນ​ການ​ຕີ​ລາຄາ​ໄດ້​ຍົກ​ອອກ​ມາ​ໃນ​ການ​ເຈລະຈາ ​ເມືອ​ຕອນ​ບ່າ​ຍວັນ​ທີ 29/3 ລະຫວ່າງ​ຜູ້​ວ່າ​ການ​ທະນາຄານ​​ແຫ່ງ​ລັດ​ຫວຽດນາມ Nguyen Van Binh ກັບ​ບັນດາ​ນັກ​ລົງທຶນ​ຫວຽດນາມ​ຢູ່ກຳ​ປູ​ເຈຍ. ປະຈຸ​ບັນ, ຫວຽດນາມ​ຍືນ​ອັນ​ດັບ 4 ​ໃນ​ຈຳນວນ​ບັນດາ​ນັກ​ລົງທຶນ​ຢູ່ກຳ​ປູ​ເຈຍ (ທັດ​ຈາກ ຈີນ, ສ ​ເກົາຫຼີ ​ແລະ ອົດ​ສະ​ຕາ​ລີ). ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ Nguyen Van Binh ຢືນຢັນ​ວ່າ: ​ແຜນນະ​ໂຍບາຍຂອງ​ລັດຖະບານ​ຫວຽດນາມ ​ແລະ ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແມ່ນ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຢູ່ກຳ​ປູ​ເຈຍ, ສົມ​ກັບ​ການ​ພົວພັນ​ທາງ​ການ​ເມືອງ​ພິ​ເສ​ດລະຫວ່າງ 2 ປະ​ເທດ. ທ່ານ Nguyen Van Binh ​ເວົ້າ​ວ່າ:

“​ຖ້າ​ຫາກ​ບໍ່​ມີ​ທະນາຄານ​ກ້າວ​ເດີນ​ກ່ອນ​ບາດກ້າວ​ໜຶ່ງ ​ກໍ​ບໍ​່ສາມາດ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​​ເຂົ້າ​ມາ​ລົງທຶນ​ຢູ່​ຕະຫຼາດ​ນີ້. ດັ່ງ​ນັ້ນ​, ການສະ​ແດງ​ອອກລະອຽດ​ທີ່​ສຸດ, ມີ​ໄຫວ​ພິບ​ທີ່​ສຸດ​ຂອງ​ທະນາຄານ​ແຫ່ງ​ລັດ​ໃນ​ຍຸດ​ທະ​ສາດ​ການ​ລົງທຶນ​ຢູ່​ຕະຫຼາດ ກຳ​ປູ​ເຈຍ​ ແມ່ນ​ຍູ້​​ແຮງ​ການ​ເປີດບັນດາ​ສາຂາ​ອົງການ​ສິນ​ເຊື່ອຂອງ​ຫວຽດນາມ ຢູ່​ທີ່​ນີ້. ທິດ​ຂອງ​ພວກ​ເຮົາ​ແມ່ນ​ເຮັດ​​​ແນວ​ໃດ​​ໃຫ້ຢູ່​ຕະຫຼາດ​ ກຳປູ​ເຈຍ ​ພວກ​ເຮົາ​ມີ​ກຸ່ມ ທະນາ​ຄານ ​ອັນ​ດັບ​ໜຶ່ງ​ 10 ​ແຫ່ງຂອງ​ຫວຽດນາມ​ມີ​ສາ​ຂາ​ຢູ່​ທີ່​ນີ້. ”

ຂ່າວ/ບົດ​ອື່ນ