ການລາດຕະເວນຮ່ວມຫວຽດນາມ-ຈີນ
ກຳປັ່ນກອງທັບເຮືອຫວຽດນາມ ແລະ ຈີນລາດຕະເວນຮ່ວມ
ພາບ:internet
|
(vovworld)- ເລື່ອງກຳປັ່ນກອງທັບເຮືອ 2 ລຳ ຂອງຫວຽດນາມ ເຂົ້າຮ່ວມການລາດຕະເວນຮ່ວມ, ຢ້ຽມຢາມ ແລະ ພົບປະແລກປ່ຽນກັບທະຫານເຮືອຈີນ ຢູ່ນະຄອນ ຢານແຈງ ແຂວງ ກວາງຕູງ ຂອງຈີນ ໄດ້ຢັ້ງຢືນຢ່າງຈະແຈ້ງນະໂຍບາຍເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມືຂອງຫວຽດນາມ, ພິເສດ ຖື ຈີນແມ່ນຫນຶ່ງໃນບັນດາບຸລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນວັນເທີ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ເມື່ອຕອບສຳພາດຕໍ່ນັກຂ່າວ Quan doi nhan dan (ກວນໂດ້ຍເຍີນເຢີນ) ສຽງຂອງກອງທັບປະຊາຊົນຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ແລ້ວ, ຜ່ານການຢ້ຽມຢາມຄັ້ງນີ້, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຍາມໃດກໍພ້ອມແລ້ວຮ່ວມມືກັບກອງທັບບັນດາປະເທດ, ພິເສດແມ່ນກອງທັບປົດປ່ອຍປະຊາຊົນຈີນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ, ພິເສດ ຢູ່ທະເລຕາເວັນອອກ. ທ່ານ ຫງວຽນວັນເທິໃຫ້ຮູ້ວ່າ: ນີ້ແມ່ນການລາດຕະເວນຮ່ວມປະຈຳປີລະຫວ່າງກອງທັບເຮືອສອງປະເທດ.