ເຫດວາງລະເບີດຢູ່ ນະຄອນຫລວງ ຈາກາຕາ
ພາບ:nhandan.com
|
(vovworld)- ບັນດາເຫດວາງລະເບີດຢ່າງລຽນຕິດ ແລະ ຍິງປືນ ຢູ່ ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ ໃນວັນທີ 14/1 ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 7 ຄົນ ລວມມີ ສາມັນຊົນ 2 ຄົນ, ໃນນັ້ນມີ ຊາວ ໂຮນລັງ ຄົນຫນຶ່ງ, ພວກບຸກໂຈມຕີ 5 ຄົນ ແລະ ອີກ 20 ຄົນຖືກບາດເຈັບ. ຕຳຫລວດໄດ້ຈັບຕົວ 4 ຄົນ ທີ່ຖືກສົງໃສວ່າກ່ຽວຂ້ອງເຖິງເຫດບຸກໂຈມຕີດັ່ງກ່າວ.
ປະທານາທິບໍດີ ອິນໂດເນເຊຍ Joko Widodocho ໃຫ້ຮູ້ວ່າ: ການວາງລະເບີດຫລາຍຄັ້ງຢູ່ ຈາກາຕາ ແມ່ນການກະທຳກໍ່ການຮ້າຍ. ທ່ານ Joko Widodocho ໄດ້ກ່າວປະນາມທຸກການກະທຳກໍ່ຂາດສະຖຽນລະພາບ ແລະ ສັນຕິພາບ ກໍຄືເຮັດໃຫ້ປະຊາຊົນ ມີຄວາມວິຕົກກັງວົນ ແລະ ຢ້ານກົວ.