ເຫດວາງລະເບີດສະຫລະຊີບຢູ່ Nigeria
ພາບ:laodong.com
|
(vovworld)- ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 21 ຄົນ ແລະ ອີກຫລາຍຄົນຖືກບາດເຈັບໃນເຫດວາງລະເບີດສະຫລະຊີບເກີດຂຶ້ນໃນວັນທີ 27/11 ແນໃສ່ຊາວມຸດສະລີມ ນີກາຍ ຊີອາ ພວມແຫ່ຂະບວນມໍ່ກັບນະຄອນ Kano ທາງພາກເຫນືອ Nigeria. ຜູ້ວາງລະເບີດສະຫລະຊີບ ໄດ້ປອມຕົວກາຍເປັນສະມາຊິກໃນຄະນະດັ່ງກ່າວ. ໃນວັນດຽວກັນ, ວົງການເຈົ້າຫນ້າທີ່ Nigeria ໃຫ້ຮູ້ວ່າ: ພວກກະບົດ Boko Haram ພວມມີກົນອຸບາຍປະຕິບັດບັນດາເຫດບຸກໂຈມຕີສະຫລະຊີບຢູ່ນະຄອນຫລວງ Abuja. ຖະແຫລງການຂອງຫົວຫນ້າອົງການປ້ອງກັນຄວາມສະຫງົບ, ທ່ານ Abuja Mohammed ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ພວກກະບົດ Boko Haram ພວມຂຶ້ນແຜນນຳໃຊ້ເດັກຍິງ ໃນການວາງລະເບີດສະຫລະຊີບຢູ່ບັນດາເຂດມີປະຊາຊົນເຕົ້າໂຮມເປັນຈຳນວນຫລາຍຄື: ໂບດ, ຫໍທຳມະ ແລະ ຕະຫລາດ.