ການວາງລະເບີດສະຫຼະ ຊີບຢູ່ Chechnya
ສະຖານທີ່ເກີດເຫດ
(ພາບ: AFP )
(vovworld) –ວັນທີ 5/10, ຜູ້ວາງລະເບີດສະຫລະຊີບຄົນ 1 ໄດ້ເຮັດໃຫ້ຕຳຫຼວດ 4 ຄົນເສຍຊີວີວິດ ແລະ ອີກ 4 ຄົນຖືກບາດເຈັບໃນເວລາຈັດງານບຸນທ້ອງຖິ່ນຢູ່ນະຄອນ Grozny ເມືອງເອກຂອງເຂດພາກເໜືອ Kavkaz Chechnya ພວມຕົກຢູ່ໃນສະພາບຂາດສະຖຽນລະພາບ.
ເຫດວາງລະເບີດດັ່ງກ່າວເກີດຂຶ້ນຢູ່ຕໍ່ໜ້າປະຕູໂຂງໂຮງລະຄອນທີ່ຈັດພິທີສະເຫຼີມ ສະຫຼອງວັນສ້າງຕັ້ງນະຄອນ Grozny ພ້ອມທັງແມ່ນວັນເກີດຂອງການນຳ Chechnya, ທ່ານ Ramzan Kadyrov.
ໂດຍແມ່ນເຂດທີ່ເຄີຍເກີດສົງຄາມແຍກຕົວ 2 ຄັ້ງ ແລະ ມີກຸ່ມທະຫານກະບົດອິດຊະລາມ, ພາຍໃຕ້ການປົກຄອງດ້ວຍກຳລັງອາວຸດຂອງການນຳ Ramzan Kadyrov, ສະພາບການຢູ່ Chechnya ມີຄວາມສະຖຽນລະພາບພໍສົມຄວນໃນໄລຍະໜຶ່ງ ແລະ ເຫດວາງລະເບີດສະຫຼະຊີບຄັ້ງຕ່າງໆແມ່ນບໍ່ເຄີຍເກີດຂຶ້ນໃນຊຸມປີມໍ່ໆມານີ້.