(ພາບປະກອບ)
(vovworld) – ວັນທີ 25/5, ຢູ່ອີຮັກ ໄດ້ເກີດເຫດວາງລະເບີດ 2 ຄັ້ງ ໃສ່ທະຫານ ແລະ ຜູ້ໄປນະມັດສະການ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ແລະ 19 ຄົນຖືກບາດເຈັບ. ລົດຄັນໜຶ່ງຂອງທະຫານອີຮັກ ຖືກວາງລະເບີດບົນເສັ້ນທາງຢູ່ມໍ່ກັບເທດສະບານ Heet, ທີ່ຂຶ້ນກັບແຂວງ Anbar, ເຮັດໃຫ້ ທະຫານ 5 ຄົນເສຍຊີວິດ. ໃນຂະນະນັ້ນການວາງລະເບີດໃສ່ລົດເມທີ່ຂົນສົ່ງຜູ້ໄປນະມັດສະການບົນເສັ້ນທາງດ່ວນຈາກ Balad ເຖິງ Samarra, ໄດ້ເຮັດໃຫ້ 5 ຄົນເສຍຊີວິດ ແລະ ອີກ 19 ຄົນຮັບບາດເຈັບ, ຜູ້ປະສົບເຄາະຮ້າຍເກືອບທັງໝົດແມ່ນຊາວອີຮານ. ກ່ອນໜ້ານັ້ນ, ຕົ້ນອາທິດຜ່ານມາ, ເຫດວາງລະເບີດທີ່ຄ້າຍຄືກັນທີ່ເກີດຂຶ້ນບົນເສັ້ນທາງດັ່ງກ່າວ ໄດ້ເຮັດໃຫ້ຜູ້ໄປນະມັດສະການ 8 ຄົນເສຍຊີວິດ ແລະ 15 ຄົນຖືກບາດເຈັບ.