ການວາງລະເບີດໃກ້ກັບສະຖານທູດ ອາເມລິກາ ປະຈຳ ປະກິດສະຖານ

ການວາງລະເບີດໃກ້ກັບສະຖານທູດ ອາເມລິກາ ປະຈຳ ປະກິດສະຖານ  - ảnh 1
​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເລັ່ງ​ໃສ່​ລົດ​ເມ ​ໂດຍສານ​ລັດຖະກອນ​ສານ​ສູງສຸດ​ຢູ່​ນະຄອນຫຼວງ Kabul
(ພາບ: AFP-TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 11/6, ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເລັ່ງ​ໃສ່​ລົດ​ເມ ​ໂດຍສານ​ລັດຖະກອນ​ສານ​ສູງສຸດ​ຢູ່​ນະຄອນຫຼວງ Kabul ຂອງ ອາບ​ກາ​ນິດ​ສະຖານ ​ເຮັດ​​ໃຫ້​ມີຜູ້​ເສຍ​ຊີວິດ 17 ຄົນ ​ແລະ ຜູ້​ຖືກ​ບາດ​ເຈັບ 39 ຄົນ. ການ​ບຸກ​ໂຈມ​ຕີ​ນີ້​ເກີດ​ຂຶ້ນ​ຢູ່​ນອກ​ສານ​ສູງ​ສຸດ ​ແລະ ​ໃກ້​ກັບ​ສະຖານທູ​ດ ອາ​ເມ​ລິ​ກາ, ​ເຮັດ​ໃຫ້​ນະຄອນຫຼວງ ​Kabul ສັ່ນ​ສະ​ເທືອ​ນ. ນາຍ​ພົນ Mohammad Zahir, ຫົວໜ້າ​ກົມ​ສືບ​ສວນ​ອາດ​ຊະ​ຍາ​ກຳ ຢູ່ Kabul, ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ເຫດການ​ວາງ​ລະ​ເບີດ​ລົດ​ໂອ​ໂຕທີ່​ເລັ່ງ​ໃສ່​​ລົດ​ເມ​ໂດຍສານ​ລັດຖະກອນ​ສານ​ສູງ​ສຸດໂດຍ​ກົງ. ພາຍຫຼັງ​ເກີ​ດ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ, ທະຫານ​ແຕກ​ທັບ Taliban ​ໄດ້​ອອກສຽງ​ຮັບຜິດ​ຊອບ​​ເຫດການ​ດັ່ງກ່າວ, ພ້ອມ​ທັງ​​ໃຫ້​ຮູ້​ວ່າ: ການ​ບຸກ​ໂຈມ​ຕີ​ນີ້​ຖືກ​ດຳ​ເນີນ​ເພື່ອ​ແນ​​ໃສ່​ລົງ​ໂທດ​ບັນດາ​ຜູ້​ພິພາກສາ​ຍ້ອນ​ໄດ້ຕັດສິນ​ປະຫານ​ຊີວິດ​ບັນດາ​ນັກ​ໂທດ Taliban ທີ່ຖືກ​ລັດຖະບານ ອາບ​ກາ​ນິດ​ສະຖານ ຈັບ​ຕົວ. ນີ້​ແມ່ນ​ເຫດການ​ບຸກ​ໂຈມ​ຕີ​ຄັ້ງ​ທີ 2 ​ໂດຍ Taliban ດຳ​ເນີນ​​ໃນ 2 ວັນ​ຜ່ານ​ມາ​ຢູ່ Kabul. ກ່ອນ​ໜ້າ​ນັ້ນ, ວັນ​ທີ 10/6, Taliban ​ໄດ້​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ສະໜາມ​ບິນ​ສາກົນ Kabul ​ແຕ່ ມື​ປືນ Taliban ທັງ 7 ຄົນລ້ວນ​ແຕ່​ຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິດ​ສະຖາ​ນ ດັບ​ສູນ.

ຂ່າວ/ບົດ​ອື່ນ