ການວາງລະເບີດໃສ່ລົດໂອໂຕເຮັດໃຫ້ມີຜູ້ເສຍຊີວິດນັບສີບໆຄົນຢູ່ ໂຊມາລີ
(VOVWORLD) - ປັດຈຸບັນ, ຍັງບໍ່ມີອົງການໃດກ່າວຮັບຜິດຊອບວ່າ ໄດ້ດຳເນີນເຫດວາງລະເບີດທີ່ນອງເລືອດດັ່ງກ່າວ.
ສະຖານທີ່ເກີດເຫດ (ພາບ: AFP/TTXVN)
|
ມີຜູ້ເສຍຊີວິດ ກ່ວາ 10 ຄົນ ແລະ ຜູ້ຮັບບາດເຈັບ 30 ຄົນ ໃນເຫດການວາງລະເບີດລົດໂອໂຕທີ່ເກີດຂຶ້ນໃນຕອນຄ່ຳວັນທີ 5 ມີນາ ຢູ່ນອກຮ້ານອາຫານທີ່ມີຊື່ສຽງແຫ່ງໜຶ່ງຢູ່ ນະຄອນຫຼວງ Mogadishu ຂອງ ໂຊມາລີ. ຜູ້ໄດ້ຮັບບາດເຈັບສ່ວນຫຼາຍແມ່ນສາມັນຊົນ. ທ່ານ Abdulkadir Abdirrahman ຜູ້ອຳນວຍການອົງການໜູນຊ່ວຍ ສາທາລະນະສຸກ Aamin Ambulance ໄດ້ໃຫ້ຂໍ້ສັງເກດວ່າ ຈຳນວນຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດອາດຍັງຈະເພີ່ມຂຶ້ນສູງ ຍ້ອນເຫດວາງລະເບີດດັ່ງກ່າວເຮັດໃຫ້ຕຶກອາຄານຕ່າງໆຢູ່ອ້ອມຂ້າງຖືກເພເປ.