(vovworld)- ມີຮູບພາບ, ວັດຖຸພັນອັນລ້ຳຄ່າ ກ່ຽວກັບອິນດູຈີນ ແລະ ຫວຽດນາມ ເປັນຄັ້ງທຳອິດໄດ້ຮັບການແນະນຳຕໍ່ຜູ້ຊົມຢູ່ຫໍພິພິດທະພັນປະຫວັດສາດໃນສວນສາທາລະນະ Montreau, Montreuil ຊານກຳແພງ Paris ປະເທດຝລັ່ງ. ດ້ວຍຫົວຂໍ້ວ່າ: ອິນດູຈີນ ຝລ່ັງ -ຫວຽດນາມ, ງານວາງສະແດງໄດ້ວາດພາບປະຫວັດສາດທີ່ຕິດພັນຢ່າງສະຫນິດແຫນ້ນລະຫວ່າງຝລັ່ງກັບອິນດູຈີນ, ກັບຫວຽດນາມ ຜ່ານຫ້ອງວາງສະແດງດ້ວຍຫົວຂໍ້ຕ່າງໆໃນ 9 ຫ້ອງ. ທ່ານ ຫງວຽນວັນໂບນ, ອະດີດຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ຝລັ່ງ ໃຫ້ຮູ້ວ່າ:
“ມີເອກະສານໃຫມ່ຫລາຍຢ່າງ ໂດຍບັນດາສ່ວນບຸກຄົນຄື ນັກປະຫວັດສາດຝລັ່ງ Alain Rouscio ມອບໃຫ້. ໃນນັ້ນ ມີເອກະສານລ້ຳຄ່າຫລາຍຢ່າງ ສະແດງໃຫ້ເຫັນການຕໍ່ສູ້ຂອງປະຊາຊົນຝລັ່ງ ແລະ ການເຂົ້າຮ່ວມຂອງວົງຄະນາຍາດຫວຽດນາມ ຢູ່ ຝລ່ັງໃນໄລຍະສົງຄາມຢູ່ຫວຽດນາມ. ມີກວ່າ 90% ລ້ວນແຕ່ແມ່ນເອກະສານເດີມ ເວົ້າເຖິງການຕໍ່ສູ້ຂອງປະຊາຊົນຝລັ່ງ ພິເສດຂອງພັກກອມມູນິດ ຝລັ່ງ, ຊາວຫນຸ່ມຝລັ່ງ ທີ່ໄດ້ສະຫນັບສະຫນູນຂະບວນການຕໍ່ຕ້ານຂອງຫວຽດນາມ.”