ການສຶກສາມູນເຊື້ອປະຕິວັດ,ບຳລຸງນ້ຳໃຈຮັກຊາດ

ການສຶກສາມູນເຊື້ອປະຕິວັດ,ບຳລຸງນ້ຳໃຈຮັກຊາດ - ảnh 1
ປະ​ທານ​ໂຮ່​ຈິ​ມີນ​ກັບ​ພວກ​ຫລານ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ
ພາບ: ເອ​ກະ​ສານ

(vovworld)- ວັນ​ທີ 25/11 ຢູ່ ຮ່າ​ໂນ້ຍ ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ “ທົ່ວ​ປະ​ເທດ​ຕໍ່​ຕ້ານ, ເຈດ​ຈຳ​ນົງ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ເສ​ລິ​ພາບ ແລະ ບົດ​ຮຽນ​ປະ​ຫວັດ​ສາດ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຄາດ​ວ່າ ຈະ​ມີ​ບົດ​​ປະ​ກອບ​ຄຳ​ເຫັນ​ກວ່າ 100 ບົດ ຂອງ​ບັນ​ດາ​ການ​ນຳ​ພັກ, ລັດ, ກອງ​ທັບ; ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຢູ່​ພາຍ​ໃນ ແລະ ນອກກອງ​ທັບ, ພະ​ຍານ​ປະ​ຫວັດ​ສາດ​ຈຳ​ນວນ​ຫນຶ່ງ ດ້ວຍ​ເອ​ກະ​ສານ, ຂໍ້​ມູນ​ຂ່າວ​ສານ, ຄວາມ​ຮັບ​ຮູ້​ໃຫມ່ ແລະ ແງ່​ມູມ​ແຕກ​ຕ່າງ​ກັນ, ສຸມ​ໃສ່​ເຮັດ​ແຈ້ງເຫດ​ການ​ທີ່​ທົ່ວ​ປະ​ເທດ​ເລີ່ມ​ຕົ້ນ​ການ​ຕໍ່​ຕ້ານ​. ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດລະ​ດັບ​ຊາດ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສຶກ​ສາ​ມູນ​ເຊື້ອ​ປະ​ຕິ​ວັດ, ບຳ​ລຸ​ງ​ນ້ຳ​ໃຈ​ຮັກ​ຊາດ, ປຸກ​ລຸ​ກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈໃຫ​້​ແກ່​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ລຸ້ນ​ຫນຸ່ມ, ປະ​ກອບ​ສ່ວນ​ສ້າງ​ສາ​ແລະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ສັງ​ຄົມ​ນິ​ຍົມ​ສຳ​ເລັດ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ