ສິນໃນນ້ຳຫວຽດນາມ ສົ່ງໄປເມຊິກໂກ
(ພາບ:vietnamplus.vn)
( vovworld ) – ຫ້ອງການການຄ້າສະຖານທູດຫວຽດນາມ ປະຈຳເມກຊິກໂກ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2012, ວົ່ງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດ ເມກຊິກໂກ ຍັງສືບຕໍ່ມີທ່າເຕີບໂຕ, ດ້ວຍຈຳນວນເງິນກ່ວາ 560 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 24% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ສ່ວນຫຼາຍແມ່ນຍ້ອນມີການເພີ່ມປະລິມານສິນຄ້າສົ່ງອອກບາງປະເພດຄື: ເກີບ, ເຄື່ອງຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ, ເຄື່ອງເອເລັກໂຕນິກ, ກາເຟ, ຢາງພາລາ. ຕາມທ່ານ Hoang Anh Dung ທູດການຄ້າຫວຽດນາມ ປະຈຳເມກຊິກໂກ ແລ້ວ, ດ້ວຍທ່າເຕີບໂຕສູງໃນ6 ເດືອນຕົ້ນປີ 2012, ວົງເງິນການຄ້າສອງສົ້ນອາດຈະລື່ນກາຍລະດັບສະຖິຕິຄື 1 ຕື້ໂດລາສະຫະລັດທີ່ບັນລຸໄດ້ໃນປີ 2011. ປະຈຸບັນ, ເມຊິກໂກ ແມ່ນຕະຫຼາດສົ່ງອອກໃຫ່ຍອັນດັບທີ 2 ຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ, ຖັດຈາກບາຣາຊິນ.