ການສົ່ງອອກຜະລິດຕະພັນກະເສດ, ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ

(VOVWORLD) - ກອງປະຊຸມກໍ່ແມ່ນໂອກາດເພື່ອພ້ອມກັນກຳນົດບັນດາສິ່ງທ້າທາຍ ແລະ ຊອກຫາມາດຕະການເໝາະສົມເພື່ອພັດທະນາແບບຍືນຍົງ ຕາມທິດ “ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ”
ການສົ່ງອອກຜະລິດຕະພັນກະເສດ, ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ - ảnh 1ພາບປະກອບ

ວັນທີ 26 ພຶດສະພາ, ພະແນກອຸດສາຫະກຳ ການຄ້າ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມເຊື່ອມຕໍ່ຂໍ້ມູນຂ່າວ ຕະຫຼາດການສົ່ງອອກ ດ້ວຍຫົວຂໍ້ “ຜະລິດຕະພັນກະເສດ ຫວຽດນາມ ພັດທະນາກ້າວໄກ”. ທີ່ກອງປະຊຸມ, ບັນດາຄຳເຫັນຂອງວິສາຫະກິດ ຖືວ່າ: ໃນໂລກ, ການເຕີບໂຕສີຂຽວຄ່ອຍໆກາຍເປັນທ່າອ່ຽງຫຼັກແຫຼ່ງ. ຢູ່ ຫວຽດນາມ, ກະສິກຳ ມີຫຼາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາກະສິກຳສີຂຽວ, ເປັນມິດກັບສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫລຸດຜ່ອນມົນລະພິດສິ່ງແວດລ້ອມ, ມຸ່ງໄປເຖິງກະສິກຳ 4.0. ດັ່ງນັ້ນ, ກອງປະຊຸມກໍ່ແມ່ນໂອກາດເພື່ອພ້ອມກັນກຳນົດບັນດາສິ່ງທ້າທາຍ ແລະ ຊອກຫາມາດຕະການເໝາະສົມເພື່ອພັດທະນາແບບຍືນຍົງ ຕາມທິດ “ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ”. ຫຼາຍຄຳເຫັນທີ່ກອງປະຊຸຸມຖືວ່າໃນສະພາບການທີ່ຫຼາຍຂະແໜງປະສົບກັບຄວາມຫຍຸ້ງຍາກ, ດັດຊະນີ ແລະ ກາລະໂອກາດເຕີບໂຕຂອງກະສິກຳພວມບັນລຸໝາກຜົນດີສົມຄວນ, ຜະລິດຕະພັນກະເສດກາຍເປັນຈຸດເດັ່ນຂອງການສົ່ງອອກນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ພາກໃຕ້. ເພື່ອໃຫ້ຜະລິດຕະພັນກະເສດພັດທະນາແບບຍືນຍົງ, ວິສາຫະກິດຕ້ອງມີການ “ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ”, ເຊື່ອມຕົວກັບສາກົນ, ຮັກສາກຳລັງການຜະລິດ ແລະ ຍູ້ແຮງການໃຊ້ສອຍຜະລິດຕະພັນ, ຢັ້ງຢືນໄດ້ເຄື່ອງໝາຍການຄ້າ “ຜະລິດຕະພັນກະເສດ ຫວຽດ” ໃນຕະຫຼາດກະສິກຳໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ