ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບປີ 2014 ຂອງຫວຽດນາມ ອາດຈະບັນລຸ 24,5 ຕື້ USD
(ພາບປະກອບ)
(vovworld) – ວົງເງິນສົ່ງອອກຂອງຂະແໜງເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ສືບຕໍ່ຢູ່ໃນທ່າເຕີບໂຕ. ຄິດໄລ່ລວມໃນ 11 ເດືອນ, ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບບັນລຸກວ່າ 19 ຕື້ USD. ຢູ່ບັນດາຕະຫຼາດທີ່ເປັນມູນເຊື້ອຄື: ອາເມລິກາ, EU, ສ.ເກົາຫຼີ. ທ່ານນາງ ດັ້ງເຟືອງຢຸງ, ເລຂາທິການໃຫຍ່ສະມາຄົມເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ໃຫ້ຂໍ້ສັງເກດວ່າ, ເຄື່ອງຕຳແຜ່ນຕັດຫຍິບຂອງຫວຽດນາມໃນປີ 2014 ອາດຈະບັນລຸ 24,5 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2013 ແລະ ແມ່ນລະດັບເຕີບໂຕສູງກວ່າໝູ່ໃນໄລຍະ 3 ປີຜ່ານມາ. ທ່ານນາງ ດັ້ງເຟືອງຢຸງ ໃຫ້ຮູ້ວ່າ.
“ເມື່ອທຽບໃສ່ແຜນການເຊິ່ງກະຊວງອຸດສາຫະກຳການຄ້າຫວຽດນາມ ອະນຸມັດຜ່ານ, ຂະແໜງເຄື່ອງຕຳແຜ່ນຕັດຫຍິບບັນລຸໄດ້ຄາດໝາຍລື່ນແຜນການ 24 ຕື້ USD ໃນປີ 2015. ອາດເຫັນໄດ້ວ່າ, ເລື່ອງລັດຖະບານເຈລະຈາສັນຍາການຄ້າຂ້າມປາຊີຟິດ (TPP), ສັນຍາການຄ້າເສລີ (FTA) ຫວຽດນາມ - EU, ຫວຽດນາມ - ພັນທະພາບພາສີ… ໄດ້ຊ່ວຍໃຫ້ກະແສຟອງລົງທຶນຕ່າງປະເທດເຂົ້າຂະແໜງເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ໄດ້ເພີ່ມຂຶ້ນ ແລະ ກໍ່ເພີ່ມກຳລັງພາຍໃນຂອງເຄື່ອງຕຳແຜ່ນຕັດຫຍິບ. ເມື່ອບັນດາສັນຍາດັ່ງກ່າວໄດ້ຮັບການລົງນາມ, ຂະແໜງເຄື່ອງຕຳແຜ່ນຕັດຫຍິບຈະຍາດແຍ່ງຜົນປະໂຫຍດຈາກບັນດາສັນຍາດັ່ງກ່າວນຳມາໃຫ້”.