ການສົ່ງອອກໃນ 6 ເດືອນຕົ້ນປີ 2014 ມີບັນດາສັນຍານທີ່ຕັ້ງໜ້າ

ການສົ່ງອອກໃນ 6 ເດືອນຕົ້ນປີ 2014 ມີບັນດາສັນຍານທີ່ຕັ້ງໜ້າ - ảnh 1
(ພາບປະກອບ)

(vovworld) –  ການ​ສົ່ງ​ອອກ​ໃນ 6 ​ເດືອ​ນຕົ້ນ​ປີ 2014 ມີ​ບັນດາ​ສັນຍານ​ທີ່​ຕັ້ງໜ້າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ຕາມ​ຕົວ​ເລກ​ຂອງ​ກົມ​​ໃຫຍ່ສະຖິຕິ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ໃນ 6 ​ເດືອນ​ຕົ້ນ​ປີ​ບັນລຸ 70,9 ຕື້ USD. ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013, ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​​ເກີອບ 15%, ສູງ​​ເກືອບ​ທົບ 3 ​ເທົ່າ​​ເມື່ອ​ທຽບ​ໃສ່​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ.

        ​ໃນ 6 ​ເດືອນມີ 13 ປະ​ເພດ​ສິນຄ້າ​ບັນລຸ​ວົງ​ເງິນ​ແຕ່ 1 ຕື້ USD ຂຶ້ນ​ໄປ. ຄາດ​ວ່າ, ທັງ​ປີ​ຈະ​ມີສິນ​ຄ້າ 22 ປະ​ເພດ, ຫຼາຍກວ່າ​ປີ 2013 1 ປະ​ເພດ​ສິນຄ້າ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່ຫວຽດນາມ ມີສິນຄ້າ 2 ປະ​ເພດ​ແມ່ນ ​ໂທລະສັບ ​ແລະ ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ລື່ນ​ກາຍ​ວົງ​ເງິນ 20 ຕື້ USD. ໃນ 6 ​ເດືອນ​ຕົ້ນ​ປີ 2014 ຫວຽດນາມ ​​ໄດ້ສົ່ງ​ອອກ​ເກີນ​ດູ​ນ 1,3 ຕື້ USD. ຈາກ​ໝາກຜົນ​ຂອງ 6 ​ເດືອນຕົ້ນ​ປີ, ຄາດ​ວ່າ​ປີ 2014, ຫວຽດນາມ ຈະ​ບໍ່​ນຳ​ເຂົ້າ​ເກີນ​ດູ​ນ ຫາກຈະ​ສົ່ງ​ອອກ​ເກີນ​ດູ​ນ ​ແລະ ນີ້​ແມ່ນ​ປີ​ທີ 3 ຢ່າງ​ລຽນ​ຕິດທີ່​ຫວຽດນາມ​ ​ບັນລຸ​ວົງ​​ເງິນສົ່ງ​ອອກ​ເກີນ​ດູ​ນ.

ຂ່າວ/ບົດ​ອື່ນ