ການສົນທະນາ Shangri la ຄັ້ງທີ 16 ເລັ່ງໃສ່ຫົວຂໍ້ “ຊອກຫາພື້ນຖານລວມໃຫ້ແກ່ຄວາມໝັ້ນຄົງພາກພື້ນ’’

(VOVWORLD) -   ການຊອກຫາພື້ນຖານລວມໃຫ້ແກ່ຄວາມໝັ້ນຄົງພາກພື້ນ ກໍແມ່ນໜຶ່ງໃນບັນດາຫົວຂໍ້ຕົ້ນຕໍທີ່ນຳມາປຶກສາຫາລືໃນການສົນທະນາ Shangri la ຄັ້ງທີ 16 ປີນີ້ ຊຶ່ງຖືກຈັດຂຶ້ນຢູ່ສິງກະໂປ
ການສົນທະນາ Shangri la ຄັ້ງທີ 16 ເລັ່ງໃສ່ຫົວຂໍ້ “ຊອກຫາພື້ນຖານລວມໃຫ້ແກ່ຄວາມໝັ້ນຄົງພາກພື້ນ’’ - ảnh 1ທ່ານ ພົນຕີ   ຫງວຽນດຶກຫາຍ ຫົວໜ້າຄະນະຜູ້ແທນຫວຽດນາມ 

ທີ່ການປຶກສາຫາລືເມື່ອຕອນເຊົ້າວັນທີ 4/6, ມີຜູ້ແທນ ບາງທ່ານໃນອາຊີຕາເວັນອອກສ່ຽງໃຕ້ໄດ້ສະແດງທັດສະນະ, ຕີລາຄາກ່ຽວກັບບັນດາບັນຫາຄວາມໝັ້ນຄົງທີ່ພົ້ນເດັ່ນໃນພາກພື້ນ, ພ້ອມທັງຍົກອອກບັນດາແນວຄວາມຄິດ ແນໃສ່ຫຼຸດຜ່ອນຜົນສະທ້ອນທີ່ບໍ່ດີຂອງບັນດາສິ່ງທ້າທາຍພວມເກີດຂຶ້ນ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນຖືວ່າ ບັນດາທີີ່ຮີບດ່ວນໃນປະຈຸບັນ ແມ່ນອາຊຽນ ແລະ ຈີນຄວນຄວນເຈລະຈາກ່ຽວກັບປັດໄຈລະອຽດທີ່ມີລັກສະນະຜູກຮັດຂອງກົດແຫ່ງການປະພຶດ COC ໂດຍໄວ ແນໃສ່ສະກັດກັ້ນ ແລະ ຄຸ້ມຄອງບັນດາບັນດາການຂັດແຍ່ງທີ່ເກີດຂຶ້ນ. ກ່ຽວກັບສະພາບການຢູ່ ສ.ປ.ປ.ເກົາຫຼີ, ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນເນັ້ນໜັກວ່າ ອາຊຽນຮຽກຮ້ອງໃຫ້ສ້າງແຫຼມເກົາຫຼີປອດນິວເຄຼຍ, ພ້ອມທັງຟື້ນຟູການເຈລະຈາຕ່າງໆ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລົງ.

     ແລະ ໃນກໍຂອບເຂດການສົນທະນາ Shangri la ຄັ້ງທີ 16, ຕອນເຊົ້າວັນທີ 4/6, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ກໍໄດ້ມີການພົບປະກັບບັນຫາຫົວໜ້າຄະນະຜູ້ແທນປະເທດຕ່າງໆໃນອາຊຽນ. ຕາມທ່ານ ພົນຕີ      ຫງວຽນດຶກຫາຍ ຫົວໜ້າຄະນະຜູ້ແທນຫວຽດນາມແລ້ວ, ນີ້ແມ່ນການພົບປະທີ່ມີຄວາມໝາຍ, ແມ່ນໂອກາດເພື່ອໃຫ້ບັນດາປະເທດອາຊຽນແບ່ງປັນບັນດາສິ່ງ ທ້າທາຍຂອງແຕ່ລະປະເທດ ກໍຄືເພີ່ມທະວີການຮ່ວມມືກັບອາເມລິກາຍິ່ງຂຶ້ນອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ