ການສົນທະນາ ຍຸດທະສາດ ຈີນ - ອາເມລິກາ ຄັ້ງທີ່ 4

ການສົນທະນາ ຍຸດທະສາດ ຈີນ - ອາເມລິກາ ຄັ້ງທີ່ 4  - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton
ໄປຍັງປັກກິງ ເຂົ້າຮ່ວມການ​ສົນທະນາ​ຍຸດ​ທະ​ສາດ
 ​ແລະ ​ເສດຖະກິດ ຈີນ - ອາ​ເມລິກາ ຄັ້ງ​ທີ່ 4
(ພາບ: Internet)


vovworld-    ຕອນ​ເຊົ້າວັນ​ທີ 3/5, ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ຈີນ - ອາ​ເມລິກາ ຄັ້ງ​ທີ່ 4 ​ໄດ້​ຖືກ​ໄຂ​ຂຶ້ນຢູ່ ປັກ​ກິ​ງ​ແຫ່ງ​ປະ​ເທດ​ຈີນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ປະທານ​ປະ​ເທດ​ຈີ​ນ ຮູ​ຈິນ​ເທົາ ​ໃຫ້​ຮູ້​ວ່າ ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ຈີນ - ອາ​ເມລິກາ ​ໄດ້​ການ​ເປັນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົນທະ​ນາລະດັບ​ສູງ​ກ່ວາ​ໝູ່, ຊຶ່ງ​ປຶກສາ​ຫາລື​ຫຼາຍ​ເນື້ອໃນ ທີ່​ສຳຄັນ​ໃນ​ການ​ພົວພັນ ລະຫວ່າງ ຈີນ - ອາ​ເມລິກາປະຈຸ​ບັນ, ປະຸກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ຄວາມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈກ່ຽວ​ກັບ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ຂອງ​ແຕ່ລະ​ຝ່າຍ, ​ເປີດ​ກ້ວາງ​ການ​ຮ່ວມ​ມື ກໍ​ຄື​ຊຸກ​ຍູ້​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ຕາມ ທ່ານ​ປະທານ​ປະ​ເທດ​ຈີ​ນ ຮູ​ຈິນ​ເທົາ ​ແລ້ວ, ​ໂດຍ​ແມ່ນ​ປະ​ເທດ​ພັດທະນາ​ໃຫຍ່​ກວ່າ​ໝູ່ ​ແລະ ປະ​ເທດ​ພວມ​ພັດທະນາ​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ, ການ​ພັດທະນາ​ກາ​ນພົວພັນ ຈີນ - ອາ​ເມລິກາ ​ແມ່ນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ປະ​ໂຫຍ​ດຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ໂລກ​ອີກ​ດ້ວຍ.

   ​ໂດຍ​ຖືກ​ດຳ​ເນີນ​ໃນ​ເວລາ 2 ວັນ, 2 ຝ່າຍ​ປຶກສາ​ຫາລື​ ບັນຫາ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງດ້ານ​ພະລັງງານ, ບັນຫາ​ຊູ​ດັງ, ການ​ຊຸກຍູ້​ເສດຖະກິດ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ສ້າງ​ຄວາມ​ກ້ຳ​ເກີ​ງ, ​ແງ່​ຫວັງ​ນະ​ໂຍບາຍ​ການ​ເງິນ ​ແລະ ​ເງິນຕາ​ຂອງ​ແຕ່ລະ​ປະ​ເທດ....

ຂ່າວ/ບົດ​ອື່ນ