ການສົນທະນາ “ສສຊ ແລະ 5 ປີ ແຫ່ງການປະຕິບັດກົດໝາຍວ່າດ້ວຍ ຄວາມສະເໝີພາບລະຫວ່າງຍິງ - ຊາຍ”

ການສົນທະນາ “ສສຊ ແລະ 5 ປີ ແຫ່ງການປະຕິບັດກົດໝາຍວ່າດ້ວຍ ຄວາມສະເໝີພາບລະຫວ່າງຍິງ - ຊາຍ” - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຕ່ອງ​ທິຟ໋ອງ
(ພາບປະກອບ)


(vovworld) - “ສະມາຊິກ​ສະພາ​​ແຫ່ງ​ຊາດ (ສສຊ) ​ແລະ 5 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ” ​ແມ່ນ​ຫົວ​ຂໍ້​ຂອງ​ການສົນທະນາ​ໂດຍ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງຫວຽດນາມ, ກຳມາທິການ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ກະຊວງ​ການ​ຕ່າງປະ​ເທດ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນເມື່ອ​ຕອນ​ຄໍ່າ​ວັນ​ທີ 05/06, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫ​ັນຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ ພາຍຫຼັງ 5 ປີແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ຫວຽດນາມ ​​ໄດ້​ມີ​ບາດກ້າວ​ທີ່​​ເປັນໜ້າ​ຮັບ​ຮູ້. ປີ 2012, ຫວຽດນາມ ​ໄດ້​ຮັບ​ຕີ​ລາຄາ​ວ່າ ​ແມ່ນ​ປະ​ເທດ​ຢືນອັນ​ດັບ 3 ​ໃນ​ພາກ​ພື້ນ​ອາ​ຊຽນ ກ່ຽວ​ກັບ​ດັດຊະ​ນີ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ​ແຕ່​ວ່າ, ຕາມ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຕ່ອງ​ທິຟ໋ອງ ​ແລ້ວ, ​ເພື່ອ​ບັນລຸ​ໄດ້ຄາດໝາຍສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ​ໃນ​ສະພາບຕົວ​ຈິງ​ຍັງມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ນີ້​ແມ່ນ​ວິວັດ​ອັນ​ຍາວ​ນານ, ຮຽກຮ້ອງ​ໃຫ້​ມີ​ຄວາມມານະ​ພະຍາຍາມ​ກວ່າ​ອີກໃນ​ການ​ປະກາດ​ໃຊ້ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ນະ​ໂຍບາຍ, ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ໃຫ້​ແມ່ຍິງ ​ແລະ ​ເດັກ​ຍິງ ​ເຂົ້າ​ຮ່ວມ, ​ໄດ້​ຊົມ​ໃຊ້​ຄວາມ​ຍຸ​ທິທຳ​ໂດຍການພັ​ດທະນາ​ເສດຖະກິດ​ສັງຄົມ​ນຳ​ມາ​ໃຫ້.
ຂ່າວ/ບົດ​ອື່ນ