ການສົນທະນາດ້ານແຮງງານ 2014 ລະຫວ່າງ ຫວຽດນາມ - ອາເມລິກາ
(ພາບປະກອບ)
(vovworld) – ການສົນທະນາດ້ານແຮງງານ 2014 ລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລະ ກະຊວງແຮງງານ ອາເມລິກາ ດຳເນີນໄປໃນວັນທີ 05/12, ຢູ່ຮ່າໂນ້ຍ. ຕາມທ່ານລັດຖະມົນຕີຊ່ວຍວ່າການກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຢ້ວານເມົ້າຢຽບ ແລ້ວ, ໃນໄລຍະຜ່ານມາ, 2 ກະຊວງ ໄດ້ແບ່ງປັນຂໍ້ມູນກ່ຽວກັບຄວາມສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍໃນຫຼາຍຂົງເຂດ. ການພົວພັນຮ່ວມມືດັ່ງກ່າວ ຈະນັບມື້ນັບໄດ້ຮັບການເປີດກວ້າງໃນທຸກຂົງເຂດ ສ້າງກົດໝາຍ, ໜູນຊ່ວຍເຕັກນິກສຳລັບບັນດາຂົງເຂດແຮງງານ, ວຽກເຮັດງານທຳ, ຄວາມປອດດ້ານໜ້າໄພອະນາໄມອອກແຮງງານ, ເດັກນ້ອຍ… ທ່ານລັດຖະມົນຕີຊ່ວຍວ່າການ ຢ້ວານເມົ້າຢຽບ ຫວັງວ່າ, ດ້ວຍຈິດໃຈເປີດເຜີຍ, ກົງໄປກົງມາ 2 ຝ່າຍຈະແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາເພື່ອມຸ່ງໄປເຖິງການຮ່ວມມືຢ່າງໝັ້ນຄົງໃນອະນາຄົດ.
ສ່ວນທ່ານລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ອາເມລິກາ Mark Nitterhause ໃຫ້ຮູ້ວ່າ: 2 ກະຊວງ ໄດ້ມີຫຼາຍໂຄງການແລກປ່ຽນ ແລະ ບັນດາການເຄື່ອນໄຫວເພີ່ມທະວີການຮ່ວມມື. ການເຈລະຈາລະຫວ່າງ 2 ຝ່າຍຄັ້ງນີ້ ຈະແມ່ນກາລະໂອກາດເພື່ອເພີ່ມທະວີການຮ່ວມມື, ມຸ່ງໄປເຖິງຂໍ້ຕົກລົງ ລົງນາມໃນສັນຍາຮ່ວມມືລະຫວ່າງ 2 ອົງການໃນປີ 2015.