ການສົນທະນາຫາລື ແລກປ່ຽນບົດຮຽນສາກົນ ກ່ຽວກັບປະກັນສຸຂະພາບ ທົ່ວປວງຊົນ
ການປິນປົ່ວພະຍາດໃຫ້ປະຊາຊົນ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 4/3, ຢູ່ ຮ່າໂນ້ຍ, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງອະນາໄມ ຈັດຕັ້ງການສົນທະນາຫາລື, ແລກປ່ຽນບົດຮຽນສາກົນກ່ຽວກັບປະກັນສຸຂະພາບທົ່ວປວງຊົນ. ທ່ານນາງ ເຈືອງທິມາຍ, ຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ເປັນປະທານການສົນທະນາຫາລື. ທີ່ການສົນທະນາຫາລື, ທ່ານນາງ ເຈືອງທິມາຍ ໄດ້ເນັ້ນໜັກວ່າ: ປະກັນສຸຂະພາບທົ່ວປວງຊົນແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງນະໂຍບາຍຮັບປະກັນຊີວິດສັງຄົມ ແລະ ແມ່ນກົນໄກການເງິນ, ປະກອບສ່ວນກໍ່ສ້າງພື້ນຖານສາທາລະນະສຸກຍຸຕິທຳ ແລະ ມີປະສິດທິຜົນຖືກຕາມຈິດໃຈຂອງລັດຖະທຳມະນູນ 2013. ພ້ອມທັງ, ເລື່ອງຜັນຂະຫຍາຍປະກັນສຸຂະພາບໃນໄລຍະຜ່ານມາແມ່ນບາດກ້າວເພື່ອມຸ່ງໄປເຖິງການປະກັນສຸຂະພາບທົ່ວປວງຊົນຂະນະທີ່ມາຮອດປີ 2013 ມີປະຊາກອນ 70% ໄດ້ເຂົ້າຮ່ວມປະກັນສຸຂະພາບ. ເຖິງຢ່າງໃດກໍ່ຕາມ, ເພື່ອມຸ່ງໄປເຖິງປະຊາຊົນ 75% ເຂົ້າຮ່ວມປະກັນສຸຂະພາບໃນປີ 2015 ແລະ 80% ໃນປີ 2020, ຫວຽດນາມ ຄວນເພີ່ມເຕີມນະໂຍບາຍຢ່າງຕໍ່ເນື່ອງ. ທ່ານນາງ ເຈືອງທິມາຍ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຄິດວ່າ, ຫວຽດນາມ ໄດ້ກ້າວເດີນດ້ວຍບາດກ້າວທີ່ຍາວໄກສົມຄວນໃນວິວັດການປະຕິບັດນະໂຍບາຍປະກັນສຸຂະພາບ. ກົດໝາຍວ່າດ້ວຍການປະກັນສຸຂະພາບເລີ່ມມີຜົນສັດສິດໃນປີ 2009 ແລະ ຮອດເດືອນ 5 ຈະມາເຖິງ, ສະພາແຫ່ງຊາດຈະປຶກສາຫາລື ແລະ ຮັບຮອງເອົາຮ່າງປັບປຸງກົດໝາຍວ່າດ້ວຍການປະກັນສຸຂະພາບ ແລະ ປະຈຸບັນ, ໄດ້ສ້າງວິວັດທະນາການຂອງການປະກັນສຸຂະພາບທົ່ວປວງຊົນເປັນທີ່ຮຽບຮ້ອຍແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລະດັບການຊົມໃຊ້ປະກັນສຸຂະພາບຢູ່ ຫວຽດນາມ ຍັງປະສົມກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນເລື່ອງສະໜອງການບໍລິການ ແລະ ລະດັບການປະກອບເງິນກໍ່ຄືວິວັດການສຳພັດຢ່າງສະດວກຂອງການປະກັນສຸຂະພາບ.”