ການສົນທະນາອາຊຽນ - ອິນເດຍ ສຸມໃສ່ເຫັນ ຖະແຫຼງການວິໄສທັດເປັນລະອຽດ

ການສົນທະນາອາຊຽນ - ອິນເດຍ ສຸມໃສ່ເຫັນ ຖະແຫຼງການວິໄສທັດເປັນລະອຽດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 07/03, ຢູ່ New Delhi, ການ​ສົນທະນາລະຫວ່າງ​ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 6 ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ ຕາມ​ຈິດ​ໃຈຖະ​ແຫຼ​ງ​ການວິ​ໄສ​ທັດ ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະຊຸມ​ຂັ້ນ​ສູງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການພົວພັນ​ຄູ່​ຮ່ວມ​ມື​ເຈລະຈາ​ອາ​ຊຽນ - ອິນ​ເດຍ ​ເມື່ອ​ເດືອນ 12/2012. ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງ​ມິ​ງ ຊີ້​ແຈ້ງວ່າ ​ໃນ​ໄລຍະ 5 ປີ​ແຫ່ງ​ການ​ປະຕິບັດ​ທິດ​ທາງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ໃນ​​ເດືອນ 12/2015, ​ກວ່າ 80% ຈຳນວນ​ມາດ​ຕະການ​ທີ່​ໄດ້​ຍົກ​ອອກ​ມາ ​ໃນ​ແຜນ​ຮ່າງລະອຽດ 3 ສະບັບ​ໄດ້​ຮັບ​ການ​ປະຕິບັດ. ​ໃນ​ວິວັດ​ການ​ດັ່ງກ່າວ, ອາ​ຊຽນ ​ໄດ້​ເພີ່ມ​ທະວີ​ການຮ່ວມ​ສຳພັນ​ດ້ານ​ເສດຖະກິດ, ມີໜ້າ​ທີ່​ຮັບຜິດຊອບ​ດ້ານ​ສັງຄົມ ​ແລະ ຫຼຸດຜ່ອນ​ຄວາມ​ແຕກ​ໂຕນລະຫວ່າງບັນດາ​ປະ​ເທດ​ສະມາຊິກ. ທີ່​ຕັ້ງ​ບົດບາດຂອງ​ອາ​ຊຽນ ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ກວ່າ​ເວລາ​ໃດ​ໝົດ. ທ່ານ​ເລຂາທິການ​ໃຫຍ່​ເລ​ເລືອ​ງມິ​ງ ​ໃຫ້​ຮູ້​ວ່າ ​ໃນ​ຖະ​ແຫຼ​ງການ​ວິ​ໄສ​ທັດ, ບັນດາ​ການ​ນຳ​ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ອາ​ຊຽນ - ອິນ​ເດຍ. ບັນດາການ​ນຳ ອາ​ຊຽນ - ອິນ​ເດຍ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ສັງຄົມ...

ຂ່າວ/ບົດ​ອື່ນ