(ພາບ:vinhcity.gov.vn)
(VOV)- ຕອນຄ່ຳວັນທີ 27/10, ຢູ່ແຂວງເງະອານ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ແຂວງເງະອານ ໄດ້ຈັດການສະແດງສິລະປະ, ພົບປະແລກປ່ຽນທີ່ມີຫົວຂໍ້ວ່າ: “Truong Bon ສິ່ງມະຫັດສະຈັນ ແລະ ສະແດງຄວາມຮູ້ບຸນຄຸນ“ ໂດຍມີການເຂົ້າຮ່ວມຂອງທ່ານ ໂຕຮູຍເຣືອ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ. Truong Bon ແຂວງເງະອານ ແມ່ນຂີດໝາຍແຫ່ງບັນດາການຕໍ່ສູ້ອັນດຸເດືອດຂອງຈັກກະພັດອາເມລິກາ ໃນປາງສົງຄາມ. ກ່າວຄຳເຫັນນະທີ່ນີ້, ທ່ານໂຮ່ດຶກເຟິກ, ປະທານຄະນະກຳມະການປະຊາຊົນແຂວງເງະອານ ຊີ້ແຈ້ງວ່າ:
“ສົງຄາມໄດ້ລ່ວງເລີຍໄປແລ້ວກ່ວາ 4 ທົດສະວັດ, ຊີວິດໄດ້ຟື້ນຟູໃນເຂດດິນຖືກສົງຄາມທຳລາຍໃນເມື່ອກ່ອນ, ບັນດາທະຫານຜູ້ພິລະອາດຫານໄດ້ສ້າງເປັນ Truong Bon ເຂດດິນແດນແຫ່ງມະຫັດສະຈັນໄດ້ກາຍເປັນຄວາມອະມະຕະ, ແມ່ນສັນຍາລັກອັນສັກກະລະບູຊາ, ແມ່ນແບບຢ່າງເພື່ອໃຫ້ຄົນລຸ້ນຫລັງຮ່ຳຮຽນຕາມ ແລະ ສະແດງຄວາມຮູ້ບຸນຄຸນ. ລາຍການມື້ນີ້ໄດ້ສະແດງໃຫ້ເຫັນນ້ຳໃຈກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ແລະ ສະແດງຄວາມຮູ້ບຸນບຸນຂອງພວກເຮົາທີ່ມີຕໍ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ“