( vovworld ) – ວັນທີ 17/5, ການສຳມະນາວິທະຍາສາດລະດັບຊາດປຶກສາຫາລືບັນດາມາດຕະການຈັດຕັ້ງປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 “ ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ ” ຢ່າງມີປະສິດທິຜົນຖືກໄຂຂຶ້ນຢູ່ນະຄອນໂຮ່ຈິມິນ. ມີບົດປະກອບຄວາມເຫັນເກືອບ 50 ບົດຢູ່ທີການສຳມະນາສຸມໃສ່ໄຈ້ແຍກບັນດາບັນຫາຈຸດສຸມໃນປະຈຸບັນຄື ສາຍເຫດ ແລະ ບາງມາດຕະການສະກັດກັ້ນການຊຸດໂຊມດ້ານແນວຄິດການເມືອງ, ແບບແຜນດຳລົງຊີວິດຄຸນສົມບັດ, ໃນໝູ່ພະນັກງານ, ສະມາຊິກພັກໃນປະຈຸບັນ; ການຕຳນິຕິຊົມ, ວຽກງານວາງແຜນກຳນົດ, ບຳລຸງສ້າງພະນັກງານ, ບົດບາດຂອງໝູ່ຄະນະໃນການສະກັດກັ້ນ, ຍູ້ການຊຸດໂຊມໃນທັນແຖວພະນັກງານ ແລະ ສະມາຊິກພັກໃຫ້ຖວຍໄປ. ພ້ອມກັນນັ້ນ, ບັນດາຜູ້ແທນກໍໄດ້ສະເໜີບັນດາມາດຕະການແທດຈິງ, ເພື່ອແນໃສ່ປະກອບສ່ວນພ້ອມກັບອົງການພັກທຸກຂັ້ນຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ສ້າງສຳເລັດລະບົບມາດຕະການແກ້ໄຂທີ່ມີລັກສະນະແທດຈິງ ແລະ ລັກສະນະເປັນໄປໄດ້, ປະກອບສ່ວນປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຢ່າງມີໄຊ, ໃນນັ້ນເນັ້ນໜັກເປັນພິເສດເຖິງໝວດມາດຕະການຕຳນິຕິຊົມ, ຍົກສູງລັກສະນະນຳໜ້າ ແລະ ເປັນແບບຢ່າງຂອງຂັ້ນເຖິງ. ປະລິຍາເອກ Nguyen Duc Ha, ຫົວໜ້າກົມພັກຮາກຖານ, ຄະນະຈັດຕັ້ງສູນກາງໃຫ້ຮູ້ວ່າ.
“ ບັ້ນຕຳນິຕິຊົມຄັ້ງນີ້ ຖືກດຳເນີນໃນທົ່ວພັກ ແຕ່ວິທີເຮັດພັດຕ່າງກັນ. ໃນເທື່ອນີ້ພວກເຮົາຈະປະຕິບັດຈາກຂັ້ນເຖິງ ລົງຮອດຂັ້ນຮາກຖານ, ລວມໝູ່ເຮັດກ່ອນ, ສ່ວນບຸກຄົນເຮັດຕາມຫຼັງ. ແລະ ພິເສດກ່ອນທີ່ຈະດຳເນີນການຕຳນິຕິຊົມແມ່ນຕ້ອງຮັບເອົາຄວາມເຫັນປະກອບ ຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນໃຫ້ເໝາະສົມ. ພວກເຮົາຕຳນິຕິຊົມແມ່ນເພື່ອເສີມຂະຫຍາຍຈຸດດີດັດແກ້ຈຸດອ່ອນ, ຖ້າມີຂໍ້ຂາດຕົກປົກຜ່ອງຫຼາຍ ແມ່ນດັດແກ້ຫຼາຍ ນີ້ແມ່ນຈຸດສຸມຂອງບັນຫາ ”.