ການຮ່ວມມືດ້ານປ້ອງ ກັນຊາດແມ່ນໜຶ່ງໃນ ບັນດາເສົາຄ້ຳໃນການ ພົວພັນລະຫວ່າງ ຫວຽດນາມ-ກຳປູເຈຍ
(ພາບ : ກວກຈິງ-ຂ່າວສານການທະຫານ)
(vovworld)- ຕອນບ່າຍວັນທີ 23/6, ຢູ່ຮ່າໂນ້ຍ, ທ່ານພົນຕີຫວໍ້ວັນຕວນ, ຮອງເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Nem Sowat ຫົວໜ້າກົມໃຫ່ຍນະໂຍບາຍ ແລະ ການຕ່າງປະເທດກອງທັບກຳປູເຈຍ ຊື່ງໄດ້ນຳໜ້າຄະນະຜູ້ແທນວິທະຍາຄານປະຫວັດສາດການທະຫານກຳປູເຈຍ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນະທີ່ນີ້, ທ່ານພົນຕີຫວໍ້ວັນຕວນ ເນັ້ນໜັກວ່າ: ຜ່ານການຮ່ວມມືດ້ານປ້ອງກັນຊາດ, ສອງປະເທດຈະພ້ອມກັນປັບປຸງຄວາມສະຫງົບປອດໄພ, ການເມືອງ, ປະກອບສ່ວນສ້າງກອງທັບຢູ່ແຕ່ລະປະເທດເຕີບໃຫ່ຍເຂັ້ມແຂງ, ພ້ອມທັງເຮັດໃຫ້ທຸກກົນອຸບາຍຂອງບັນດາອິດທິກຳລັງເປັນປໍລະປັກແນ່ໃສ່ແບ່ງແຍກນ້ຳໃຈສາມັກຄີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດປະລາໄຊໄປ. ນະການຕ້ອນຮັບ, ສອງຝ່າຍຢືນຢັນວ່າ: ໃນໄລຍະຈະມາເຖິງ, ວິທະຍາຄານປະຫວັດສາດການທະຫານຫວຽດນາມ ແລະ ວິທະຍາຄານປະຫວັດສາດການທະຫານກຳປູເຈຍ ຕ້ອງເພີ່ມທະວີການຮ່ວມມືໃນການບຳລຸງສ້າງພະນັກງານ; ຮຽບຮຽງເອກະສານມຸ້ງໄປສູ່ບັນດາວັນບຸນໃຫ່ຍຂອງກອງທັບປະຊາຊົນຫວຽດນາມ ແລະ ກອງທັບກຳປູເຈຍ. ກະຊວງປ້ອງກັນປະເທດ, ກອງເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ສອງອົງການຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ການຄົ້ນຄ້ວາວິທະຍາສາດປະຫວັດສາດ ແລະ ພາລະກິດປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສອງປະເທດ./.