ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ຂອງ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ກັບ ກູ​ບາ

(VOVWORLD) - ໃນໄລຍະຜ່ານມາ ໃນການພົວພັນລວມລະຫວ່າງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ແມ່ນໜຶ່ງໃນບັນດາເສົາຄ້ຳ, ເປັນແບບຢ່າງຊຸກຍູ້ການຮ່ວມມືໃຫ້ຂົງເຂດອື່ນໆ.
ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ຂອງ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ກັບ ກູ​ບາ - ảnh 1ພິທີຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກູບາ (ພາບ: TTXVN)

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ. ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະສົນທະນາ.

        ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໂດຍຕີລາຄາວ່າ, ໃນໄລຍະຜ່ານມາ ໃນການພົວພັນລວມລະຫວ່າງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ແມ່ນໜຶ່ງໃນບັນດາເສົາຄ້ຳ, ເປັນແບບຢ່າງຊຸກຍູ້ການຮ່ວມມືໃຫ້ຂົງເຂດອື່ນໆ. ໃນໄລຍະຈະມາເຖິງ, ສອງຝ່າຍຈະເຫັນດີເປັນເອກະພາບສຸມໃສ່ຜັນຂະຫຍາຍການພົວພັນຮ່ວມມືໃນບາງຂົງເຂດ, ເປັນຕົ້ນແມ່ນ: ສືບຕໍ່ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ແລກປ່ຽນບົດຮຽນປະສົບການດ້ານວິຊາສະເພາະ; ແລກປ່ຽນນາຍທະຫາຍໜຸ່ມສອງປະເທດ; ອຸດສາຫະກຳປ້ອງກັນຊາດ; ຮ່ວມມືກັນກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ເສນາຮັກ, ວຽກງານການເມືອງ…

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ