ການຮ່ວມມືລະຫວ່າງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ
ການຮ່ວມມືລະຫວ່າງກຳມາທິການປ້ອງກັນຊາດ
ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 28/11, ທີ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ມາເຂົ້າຮ່ວມ ແລະ ເປັນສັກຂີພິຍານພິທີລົງນາມກົດລະບຽບສົມທົບກັນປະຕິບັດງານລະຫວ່າງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ. ຕາມນັ້ນ, ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບພ້ອມກັບ ກະຊວງປ້ອງກັນປະເທດຈະສົມທົບກັນໃນບັນດາເນື້ອໃນລາຍລະອຽດຄື: ສະເໜີລາຍການສ້າງກົດໝາຍ, ລັດຖະບັນຍັດ; ຮຽບຮຽງ; ກວດກາ; ຮັບຮອງເອົາຮ່າງກົດໝາຍ, ລັດຖະບັນຍັດ, ຮ່າງມະຕິຂອງສະພາແຫ່ງຊາດ, ຄະນະ ປະຈຳສະພາແຫ່ງຊາດ; ຕິດຕາມກວດກາການປະຕິບັດກົດໝາຍ, ລັດຖະບັນຍັດ, ມະຕິ; ການຈັດແກ້ໃບຮ້ອງທຸກຮ້ອງຟ້ອງ, ກ່າວປະນາມຂອງ ພົນລະເມືອງ ແລະ ເປັນເສນາທິການ, ສະເໜີຕໍ່ພັກ, ລັດກ່ຽວກັບວຽກງານປ້ອງກັນປະເທດ.