ກາ​ນາ​ດາ ມອບ​ອຸ​ປະ​ກອນ​ການ​ແພດປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ​ໃຫ້​ແກ່​ກະ​ຊວງສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ

(VOVWORLD) -ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ ເພື່ອສະໜັບສະໜູນໃຫ້ແກ່ບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ.
ກາ​ນາ​ດາ ມອບ​ອຸ​ປະ​ກອນ​ການ​ແພດປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ​ໃຫ້​ແກ່​ກະ​ຊວງສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ - ảnh 1ທ່ານນາງ Deborah Paul ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ໄດ້ມອບຜ້າອັດປາກ - ດັງ N95 ໃຫ້ແກ່ທ່ານ ເຈືອງກ໊ວກເກື່ອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ

ໃນພິທີມອບ - ຮັບເຊິ່ງໄດ້ດຳເນີນໃນວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງ Deborah Paul ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ໄດ້ມອບຜ້າອັດປາກ - ດັງ N95 ຈຳນວນ 120.000 ອັນໃຫ້ແກ່ທ່ານ ເຈືອງກ໊ວກເກື່ອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ.

        ຈຳນວນຜ້າອັດປາກດັງ - ດັງ ດັ່ງກ່າວແມ່ນນອນໃນໂຄງການໜູນຊ່ວຍຂອງ ການາດາ ທີ່ສະຫງວນໃຫ້ແກ່ບັນດາຄູ່ຮ່ວມມື ອາຊຽນ ເພື່ອປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19. ຜ່ານ ໂຄງການສາມາດ ຫຼຸດຜ່ອນໄພນາບຂູ່ຈາກບັນດາ ອາວຸດລ້າງຜານປະເພດຕ່າງໆ ການາດາໄດ້ສະໜອງອຸປະກອນປ້ອງກັນທີ່ມີມູນຄ່າ 4,5 ລ້ານ ໂດລາການາດາ ໃຫ້ແກ່ 6 ປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາອາຊຽນ.

ໃນບົດກ່າວປາໄສທີ່ເຫດການຄັ້ງນີ້, ທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາວ່າ ການາດາຈະສືບຕໍ່ຮ່ວມມືກັບລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ ໃນບັ້ນຕໍ່ສູ້ຕ້ານໂລກລະບາດ ໂຄວິດ - 19 ທີ່ອັນຕະລາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ