ການາດາ ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ສ່ວນທ່ານນາງ Catherine Stewart ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໃນໄລຍະຜ່ານມາ
ການາດາ ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແລະ ທ່ານນາງ Catherine Stewart, ເອກອັກຄະລັດຖະທູດ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດຂອງ ການາດາ
(ພາບ:ນັກຂ່າວ VOV ປະຈຳ ອາເມລິກາ)

ວັນທີ 14 ມິຖຸນາ, ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຕ້ອນຮັບທ່ານນາງ Catherine Stewart, ເອກອັກຄະລັດຖະທູດ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດຂອງ ການາດາ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ: ຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP -21) ກ່ຽວກັບການບັນລຸການປ່ອຍອາດພິດລົງລະດັບ 0 ໃນປີ 2050 ແລະ ການຫັນປ່ຽນພະລັງງານ; ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ການາດາ ໃນໄລຍະຈະມາເຖິງ ກ່ຽວກັບດ້ານການເງິນ, ການລົງທຶນ, ການໜູນຊ່ວຍດ້ານເຕັກນິກ, ການແບ່ງປັນບົດຮຽນ, ພິເສດໃນຂົງເຂດພະລັງງານທົດແທນ.

        ສ່ວນທ່ານນາງ Catherine Stewart ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໃນໄລຍະຜ່ານມາ. ທ່ານນາງໃຫ້ຮູ້ວ່າ ການາດາ ພວມຢາກຊຸກຍູ້ຂໍ້ລິເລີ່ມກ່ຽວກັບການກຳນົດລະດັບປະລິມານ ກາກບອນ ທົ່ວໂລກ ແລະ ຫວັງວ່າ ຫວຽດນາມ ຈະຄິດໄລ່ຊັ່ງຊາເພື່ອເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ