ກາ​ນາ​ດາ ​ອຸ​ປະ​ຖຳ​ດ້ານ​ທະ​ຫານ​ທີ່​ມີ​ມູນ​ຄ່າ 375 ລ້ານ USD ໃຫ້​ແກ່ ​ຢູ​ແກຼນ

(VOVWORLD) - ນັບແຕ່ເວລາເກີດການປະທະກັນຢູ່ ຢູແກຼນ ໃນເດືອນກຸມພາ ປີ 2022 ມາຮອດປັດຈຸບັນ, ອາເມລິກາ ໄດ້ສະໜອງບ້ວງເງິນໜູນຊ່ວຍການທະຫານໃຫ້ແກ່ ຢູແກຼນ ທີ່ມີມູນຄ່າທັງໝົດແມ່ນເກືອບ 40 ຕື້ USD ແລ້ວ.
ກາ​ນາ​ດາ ​ອຸ​ປະ​ຖຳ​ດ້ານ​ທະ​ຫານ​ທີ່​ມີ​ມູນ​ຄ່າ 375 ລ້ານ USD ໃຫ້​ແກ່ ​ຢູ​ແກຼນ - ảnh 1ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ: The Forward)

ວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ເດີນທາງໄປນະຄອນຫຼວງ Kiev, ຢ້ຽມຢາມປະເທດ ຢູແກຼນ ດ້ວຍການປະກາດກ່ຽວກັບບ້ວງເງິນໜູນຊ່ວຍການທະຫານທີ່ມີມູນຄ່າ 500 ລ້ານ CAD (ປະມານ 375 ລ້ານ USD) ໃຫ້ແກ່ບັນດາປະເທດ ເອີລົບ ນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ Kiev, ທ່ານນາຍົກລັດຖະມົນຕີ Trudeau ໃຫ້ຮູ້ວ່າ ນອກຈາກນັ້ນ, ການາດາ ຈະເຂົ້າຮ່ວມລາຍການນາໆຊາດ ບຳລຸງສ້າງ ນັກບິນບັນຊາເຮືອບິນສຸຮົບໃຫ້ແກ່ ຢູແກຼນ. ກ່ອນໜ້ານັ້ນ, ອາເມລິກາ ກໍ່ໄດ້ປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2,1 ຕື້ USD ໃຫ້ແກ່ ຢູແກຼນ, ໃນນັ້ນ ລວມມີບັນດາລະບົບປ້ອງກັນອາກາດ ແລະ ລູກປຶນສຳຄັນ, ເພື່ອແນໃສ່ປັບປຸງກຳລັງຄວາມສາມາດໃນການປ້ອງກັນທາງອາກາດໃຫ້ແກ່ Kiev ໃນໄລຍະຍາວນານ. ນັບແຕ່ເວລາເກີດການປະທະກັນຢູ່ ຢູແກຼນ ໃນເດືອນກຸມພາ ປີ 2022 ມາຮອດປັດຈຸບັນ, ອາເມລິກາ ໄດ້ສະໜອງບ້ວງເງິນໜູນຊ່ວຍການທະຫານໃຫ້ແກ່ ຢູແກຼນ ທີ່ມີມູນຄ່າທັງໝົດແມ່ນເກືອບ 40 ຕື້ USD ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ