ກາ​ນາ​ດາ​ຢຸດ​ຕິ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຈີນ

(VOVWORLD) - ວັນທີ 18 ກັນຍາ, ທ່ານ Francois Philippe Champagne ລັດຖະມົນຕີກະຊວງການຕ່າງປະເທດການາດາໃຫ້ຮູ້ວ່າ ປະເທດນີ້ຈະບໍ່ສືບຕໍ່ເຈລະຈາຂໍ້ຕົກລົງການຄ້າເສລີກັບຈີນ ເຊິ່ງເຄີຍໄດ້ເລີ່ມດຳເນີນມາກ່ອນນີ້ 4 ປີ. 
ກາ​ນາ​ດາ​ຢຸດ​ຕິ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຈີນ - ảnh 1ທ່ານ Francois Philippe Champagne ລັດຖະມົນຕີກະຊວງການຕ່າງປະເທດການາດາ (ພາບ: TTXVN) 

ທ່ານ Francois Philippe Champagne ໃຫ້ຮູ້ວ່າ ປັດຈຸບັນບໍ່ມີເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນເພື່ອສືບຕໍ່ບັນດາການເຈລະຈາ. ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດການາດາໄດ້ຢຸດຕິແນວຄວາມຄິດກ່ຽວກັບຂໍ້ຕົກລົງການຄ້າເສລີກັບພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກເຊິ່ງທ່ານ ນາຍົກລັດຖະມົນຕີ Justin Trudeau ເຄີຍຖືກຕຳໜິຕິຕຽນຈາກພາຍໃນປະເທດຍ້ອນ ໄດ້ຜ່ອນສັ້ນຜ່ອນຍາວຫຼາຍເກີນໄປເພື່ອເພີ່ມທະວີການແລກປ່ຽນພົວພັນການຄ້າກັບ ຈີນ.

        ທ່ານ Champagne ກໍ່ໃຫ້ຮູ້ວ່າ ບຸລິມະສິດໃນປັດຈຸບັນຂອງການາດາແມ່ນນຳເອົາພົນລະເມືອງການາດາ 2 ຄົນ, ເຊິ່ງແມ່ນຜູ້ທີ່ຖືກຈີນກ່າວຫາວ່າແມ່ນນັກສືບເມື່ອເດືອນມິຖຸນາຜ່ານມາກັບຄືນປະເທດ.

ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ