ການາດາໜູນຊ່ວຍຈຳນວນເງິນ15ລ້ານUSDຊ່ວຍວິສາຫະກິດຫວຽດນາມເພື່ອຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ວັນຈັນ ທີ 5 ກັນຍາ ຄ.ສ. 2016 | 17:27:27 ທ່ານ Stephan Dion ແລະ ທ່ານ ເຈີ່ນຮົ່ງຮ່າ (ພາບ: baotainguyenmoitruong.vn) (vovworld) – ວັນທີ 5/9, ໃນການເຮັດວຽກກັບທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ທີ່ສຳນັກງານກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ Stephan Dion, ລັດຖະມົນຕີການຕ່າງປະເທດ ການາດາ ໃຫ້ຮູ້ວ່າ: ການາດາ ຈະໜູນຊ່ວຍຈຳນວນເງິນ 15 ລ້ານ USD ຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ໜ້ອຍຂອງ ຫວຽດນາມ ທີ່ມີຫົວຄິດປະດິດສ້າງໃນການປ່ຽນໃໝ່, ກໍ່ຄືເຕັກໂນໂລຢີເພື່ອຫລຸດຜ່ອນອາຍແກັດເຮືອນແກ້ວ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ Stephan Dion ຖືວ່າ: ຫວຽດນາມ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫວັງວ່າ ການາດາ ອາດຈະໜູນຊ່ວຍ ຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍນີ້. ສ່ວນທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ສະເໜີໃຫ້ ການາດາ ສືບຕໍ່ເຂົ້າຮ່ວມລາຍການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ ຫວຽດນາມ ໄລຍະ 2016 – 2020, ໜູນຊ່ວຍ ຫວຽດນາມ ປະຕິບັດໂຄງການຄາດຄະເນປະກອບສ່ວນໃຫ້ປະເທດຊາດຕັດສິນໃຈດ້ວຍຕົນເອງ ແລະ ຜັນຂະຫຍາຍການປະຕິບັດຂໍ້ຕົກລົງ ປາຣີ, ບຸລິມະສິດບັນດາວິທີການຫລຸດຜ່ອນສິ່ງເສດເຫຼືອ, ຄວບຄຸມສິ່ງເສດເຫຼືອ. Tag vovworld ເຕັກໂນໂລຢີ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ