ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ທີ່ກອງປະຊຸມສະພາສິດທິມະນຸດສປຊ ຊຸດທີ 57

(VOVWORLD) - ສະພາສິດທິມະນຸດສະຫະປະຊາຊາດ ໄດ້ຮັບຮອງເອົາໝາກຜົນ UPR ຮອບວຽນທີ 4 ສຳລັບ ຫວຽດນາມ.
ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ທີ່ກອງປະຊຸມສະພາສິດທິມະນຸດສປຊ ຊຸດທີ 57 - ảnh 1(ຄະນະຜູ້ແທນ ຫວຽດນາມ)

        ວັນທີ 11 ຕຸລາ, ກອງປະຊຸມຊຸດທີ 57 ສະພາສິດທິມະນຸດສະຫະປະຊາຊາດ ໄດ້ອັດລົງຢູ່ສຳນັກງານຫ້ອງການສະຫະປະຊາຊາດ, ທີ່ ເຊີແນວ, ປະເທດ ສະວິດ, ສິ້ນສຸດກອງປະຊຸມນັດສາມັນ 3 ຄັ້ງ ແລະ ການເຄື່ອນໄຫວຫຼາຍຢ່າງຂອງສະພາສິດທິມະນຸດສະຫະປະຊາຊາດປີ 2024, ສ້າງຂີດໝາຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ດ້ວຍເລື່ອງເປັນປະທານຂໍ້ລິເລິ່ມຈຳນວນໜຶ່ງ ແລະ ເຂົ້າຮ່ວມການຮ່ວມອຸປະຖຳຫຼາຍຂໍ້ລິເລິ່ມ.

        ໃນຂອບເຂດກອງປະຊຸມຄັ້ງນີ້, ສະພາສິດທິມະນຸດສະຫະປະຊາຊາດ ໄດ້ຮັບຮອງເອົາໝາກຜົນ UPR ຮອບວຽນທີ 4 ສຳລັບ ຫວຽດນາມ. ເນື່ອງໃນໂອກາດເຂົ້າຮ່ວມວາລະປະຊຸມຜ່ານບົດລາຍງານແຫ່ງຊາດຂອງ ຫວຽດນາມ ຕາມກົນໄກ UPR ຮອບວຽນທີ 4, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໄດ້ມີບົດກ່າວປາໄສໄຂວາລະສົນທະນາສາກົນ “ນຳການສຶກສາສິດທິມະນຸດເຂົ້າລະບົບສຶກສາ: ແບ່ງປັນບົດຮຽນ ແລະ ບົດຮຽນຕົວຈິງ”. ເຫດການໂດຍ ຫວຽດນາມ, ຟີລິບປິນ, ອົດສະຕາລີ ແລະ ອີຕາລີ ຮ່ວມອຸປະຖຳຈັດຂຶ້ນ.

        ໃນຂອບເຂດກອງປະຊຸມ, ທ່ານ Surya Deva, ນັກລາຍງານພິເສດຂອງສະຫະປະຊາຊາດກ່ຽວກັບສິດພັດທະນາ, ໄດ້ຈັດວາລະສົນທະນາກັບບັນດາປະເທດກ່ຽວກັບການເຄື່ອນໄຫວຂອງທ່ານໃນປີຜ່ານມາ, ລວມທັງການໄປຢ້ຽມຢາມ ຫວຽດນາມ ຂອງທ່ານແຕ່ວັນທີ 09 – 15 ຕຸລາ 2023. ທ່ານຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ ແລະ ເພີ່ມທະວີການຮັບປະກັນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ