ການເຄື່ອນຕ້ອນຮັບບຸນປີໃໝ່ຖືກຈັດຂຶ້ນ ຢ່າງຟົດຟື້ນມ່ວນຊື່ນ ໃນທົ່ວປະເທດ
(ພາບປະກອບ)
(vovworld) - ພ້ອມກັບບັນຍາກາດຕ້ອນຮັບປີໃໝ່ໃນທົ່ວໂລກ, ຢູ່ຫວຽດນາມ ກໍ່ຈັດຕັ້ງບັນດາລາຍການສະແດງສິລະປະ, ລະຫຼິ້ນທີ່ເປັນເອກະລັກສະເພາະ ເພື່ອຕ້ອນຮັບບຸນປີໃໝ່.
ຢູ່ນະຄອນຫຼວງຮ່າໂນ້ຍ, ເຫດການພິເສດ “ນັບຖອຍຫຼັງຕອນຮັບປີໃໝ່ຄ.ສ 2014”, ເຊິ່ງດຳເນີນໄປໃນຕອນຄໍ່າວັນທີ 31/12, ຢູ່ສະໜາມຫຼວງ ການປະຕິວັດເດືອນສິງຫາ, ໂຮງລະຄອນໃຫຍ່ຮ່າໂນ້ຍ. ນີ້ແມ່ນສະຖານທີ່ເຊິ່ງປະຊາຊົນນະຄອນຫຼວງໄດ້ເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍ ເພື່ອຕ້ອນຮັບບຸນປີໃໝ່.
ເນື່ອງໃນໂອກາດນີ້, ຢູ່ນະຄອນໂຮ່ຈິມິນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນໄດ້ຈັດງານບຸນ “ນະຄອນໂຮ່ຈິມິນ ຕ້ອນຮັບບຸນປີໃໝ່ຄ.ສ 2014” ຢູ່ສວນສາທາລະນະ 29/03, ດ້ວຍບັນດາລາຍການສະແດງສິລະປະພິເສດ, ພ້ອມກັບບັນດາຮ້ານອາຫານພິເສດສະເພາະຂອງພາກເໜືອ, ພາກກາງ ແລະ ພາກໃຕ້.
ຕ້ອນຮັບປີໃໝ່ 2014, ບັນດາແຂວງ, ນະຄອນທາງພາກໃຕ້ ໄດ້ຈັດບັນດາການເຄື່ອນໄຫວທີ່ອຸດົມສົມບຸນ ຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວໃນໂອກາດນີ້. ຢູ່ເທດສະບານ ໂຮ້ຍອານ (ແຂວງ ກວາງນາມ), ລາຍການຕ້ອນຮັບປີໃໝ່ ຖືກດຳເນີນນັບແຕ່ເວລາ 20 ໂມງ ວັນທີ 31/12/2013 ຮອດຮຸງເຊົ້າວັນທີ 01/01/2014.
ນະຄອນດ່ານັ້ງ ໄດ້ຈັດບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ແຕ່ວັນທີ 27/12/2013 ຮອດວັນທີ 04/01/2014. ລາຍງານ “ງານບຸນຕ້ອນຮັບປີໃໝ່” ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 31/12 ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ.