ການເຄື່ອນໄຫວ ສັນຕິພາບ, ສາມັກຄີ ມິດຕະພາບຕິດພັນກັບການຊຸກຍູ້ການພົວພັນຮ່ວມມືຫວຽດນາມ - Acmenia
ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - Acmenia
(ພາບ: anninhthudo.vn)
(vovworld) - ວັນທີ 24/5 ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - Acmenia, ອາຍຸການ 2014 – 2019 ໄດ້ດຳເນີນໄປຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານລວມມີສະມາຊິກ 33 ທ່ານ. ດຣ ຫງວຽນວັນທ້ວນ, ອະດີດເລຂາຄະນະພັກນະຄອນຫາຍຝ່ອງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - Acmenia. ໃນໄລຍະຈະມາເຖິງ, ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງສະມາຄົມແມ່ນສ້າງການພົວພັນຄູ່ຮ່ວມມື ບົນພື້ນຖານບັນດາສາຍພົວພັນທີ່ມີຢູ່ແລ້ວ; ການເຄື່ອນໄຫວສັນຕິພາບ, ສາມັກຄີມິດຕະພາບຕິດພັນກັບການຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ, ເສດຖະກິດ, ວັດທະນະທຳ, ການສຶກສາລະຫວ່າງຫວຽດນາມ - Acmenia.
ທ່ານເອກອັກຄະລັດຖະທູດ Acmenia ປະຈຳຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ, ສະມາຄົມມິດຕະພາບ ຫວຽດນາມ - Acmenia ຈະມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການສ້າງສາຍພົວພັນໂດຍກົງໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຄ້າ, ການຮ່ວມມືດ້ານເສດຖະກິດ ກໍ່ຄືເພີ່ມທະວີການພົວພັນມິດຕະພາບ ແລະ ການພົບປະແລກປ່ຽນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ Acmenia ຢືນຢັນວ່າ, ສະຖານທູດ Acmenia ປະຈຳຫວຽດນາມ ຈະປະກອບສ່ວນຢ່າງແຮງ ເພື່ອເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດກວ່າອີກ.