ວັນທີ 19/12 ແມ່ນວັນສະເຫລີມສະຫລອງ 65 ປີ ແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ (19/12/1946 – 19/12/2011). ໜັງສືພິມ ກວນໂດ້ຍເຍີຍເຢີນ ສຽງຂອງກອງທັບ ປະຊາຊົນຫວຽດນາມໄດ້ມີບົດນຳດ້ວຍຫົວຂໍ້ວ່າ: ບົດຮຽນກ່ຽວກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ບົດນຳໄດ້ເນັ້ນໜັກວ່າ: ໂດຍອີງໃສ່ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ການຕໍ່ຕ້ານກູ້ຊາດຈຶ່ງບັນລຸໄດ້ໄຊຊະນະ.
ເນື່ອງໃນໂອກາດນີ້, ການເຄື່ອນໄຫວຕ່າງໆ ກໍ່ໄດ້ຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆ ເພື່ອຊົມເຊີຍເຫດການດ່ັງກ່າວ. ຕອນບ່າຍວັນທີ 19/12, ຢູ່ຮ່າໂນ້ຍ, ສະມາຄົມວິຈິດສິນຫວຽດນາມໄດ້ໄຂງານວາງສະແດງ “ຂົວລອງບຽນ - ຄວາມຊົງຈຳ ແລະ ປະຈຸບັນ”.