ການເຄື່ອນໄຫວ ສະເຫຼີມສະຫຼອງ ວັນກຳມະກອນສາກົນ

ການເຄື່ອນໄຫວ ສະເຫຼີມສະຫຼອງ ວັນກຳມະກອນສາກົນ - ảnh 1
ການນຳສະຫະພັນໃຫຍ່ແຮງງານຫວຽດນາມ
ຢ້ຽມຢາມກຳມະກອນ​​ຜູ້​ຖືກ​ອຸບັດ​ຕິ​ເຫດ​ໃນການ​ອອກ​ແຮງ​ງານ


Vovworld- ​ເພື່ອ​ເປັນ​ການສະ​ເຫຼີ​ມສະຫຼອງ 126 ປີແຫ່ງວັນກຳມະກອນສາກົນ, ຕອນເຊົ້າວັນທີ 1/5 ຢູ່ນະຄອນໂຮຈິມິນ, ສະຫະພັນແຮງງານນະຄອນໄດ້ຈັດການ ພົບປະ​ສັງ​ສັນ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ກຳມະກອນ​ຊາຍ​ຜູ້​ຖືກ​ອຸບັດ​ຕິ​ເຫດ​ໃນການ​ອອກ​ແຮງ​ງານ. ສະຫະພັນແຮງງານນະຄອນ ​ໂຮ​ຈິ​ມິນ ​ໄດ້​ມອບ​ຂອງຂວັນ 177 ພູດ, ພຸດ​ລະ​ມີ​ມຸນ​ຄ່າກ່ວາ 300.000 ດ​ົງ ຊຶ່ງ​ລວມມີ​ເຂົ້າໜົມ, ນ້ຳ​ນົມ ​ແລະ ​ເງິນສົດ​ໃຫ້​ແກ່​ກຳມະກອນ​ຊາຍ 177 ຄົນ​ທີ່ ຖືກ​ອຸບັດ​ຕິ​ເຫດ​ໃນການ​ອອກ​ແຮງ​ງານດ້ວຍ​ອັດຕາ​ບາດ​ເຈັບ​ແຕ່ 41%ຂຶ້ນ​ໄປ. ​ໃນ​ຂະນະ​ນັ້ນ,​ເພື່ອ​ເປັນ​ການ​ຕອບ​ສະໜອງ​ເດືອນ​ກຳມະກອນ​ປີ 2012 ຊຶ່ງ​ເລີ່​ມ​ແຕ່ 1/5, ສະຫະພັນ ແຮງງານ​ແຂວງ ກວາງ​ງ້າ​ຍ ​ໄດ້​ສົມທົບ​ໂຮງໝໍ​ແຂວງ ດຳ​ເນີນ​ການກວດ ​ແລະ ປິນປົວ​ພະຍາດ, ສະໜອງ​ຢາ​ຟີ​ໃຫ້​ແຫ່​ກຳມະກອນ​ຢູ່​ບາງ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ແຂວງ. ພ້ອມ​ກັນ​ນັ້ນ​ກໍ​ສົ​ມທົບ​ກັບ​ພະ​ແນ​ກອຸດສາຫະກຳ​-ການຄ້າ​ແຂວງ​ຈັດການ​ຂາຍ​ສິນຄ້າ​ຫຼຸດລາຄາ​ໃຫ້​ແກ​ກຳມະກອນ​ຢູ່​ຕາມ​ບັນດາ​ເຂດ​ອຸດສາຫະກຳ. ທ່ານ​ນາງ Ngo Thi Kim Ngoc ປະທານ ສະຫະພັນແຮງງານ​ແຂວງ ກວາງ​ງ້າ​ຍ ​ໃຫ້​ຮູ້​ວ່າ :

   “ ນອກຈາກ​ການ​ເຄື່ອນ​ໄຫວກິລາ, ລະ​ຫຼິ້ນ​ຢ່ອນ​ໃຈ, ​ໃນ​ວັນ​ບຸນ​ກຳມະກອນ, ພວກ​ຂ້າພະ​ເຈົ້າ​ປຸກລະດົ​ມບັນດາ​ອົ​ງ​ການ, ສຳນັກງານ, ວິ​ສາ​ຫະກິດ ປະກອບ​ສ່ວນ​ໜູນ​ຊ່ວຍ​ກໍ່ສ້າງ​ເຮືອນ​ແຫ່ງ​ຄວາມ​ອົບ​ອຸ່ນ 10 ຫຼັງ ​ໃຫ້​ແກ່​ກຳມະກອນ​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່.  ​ໃນ​ວັນກຳມະກອນສາກົນຄັ້ງ​ນີ້, ຈຸດ​ພົ້ນ​ເດັ່ນ​ແມ່ນ​ພວກ​ຂ້າພະ​ເຈົ້າ​ເຊີດຊູ, ຍ້ອງຍໍ​ກຳມະກອນ​ດີ​ເດັ່ນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຂວງ ”

ຂ່າວ/ບົດ​ອື່ນ