ການເຄື່ອນໄຫວ ຫຼາຍຢ່າງສະເຫຼີມສະຫຼອງ106ປີແຫ່ງວັນ ແມ່ຍິງສາກົນ
ພາບປະກອບ
|
(vovworld) - ສະເຫຼີມສະຫຼອງ 106 ປີແຫ່ງວັນແມ່ຍິງສາກົນ, ສະຫະພັນແຮງງານແຂວງ ອານຢາງ ໄດ້ຈັດຕັ້ງການແຂ່ງຂັນສີມືແຮງງານຄັ້ງທີ 4 ດ້ວຍຫົວຂໍ້ວ່າ: “ຍ້ອງຍໍບ້ານເກີດເມືອງນອນ, ທະເລ ແລະ ແມ່ຍິງ ຫວຽດນາມ“. ມີຜູ້ຊາຍ 140 ຄົນເຂົ້າຮ່ວມງານປະກວດປັກດອກໄມ້ ແລະ ແຕ່ງກິນ. ການແຂ່ງຂັນເພື່ອແນໃສ່ຫວນຄືນມູນເຊື້ອອັນສະຫງ່າລາສີ ແລະ ບັນດາຄຸນນະທາດທີດີງາມຂອງແມ່ຍິງ ຫວຽດນາມ; ຊ່ວຍໃຫ້ພະນັກງານ, ສະມາຊິກກຳມະບານໃນແຂວງຮັບຮູ້ຢ່າງເລິກເຊິ່ງກວ່າ ກ່ຽວກັບບົດບາດ, ທີ່ຕັ້ງຂອງແມ່ຍິງ ຫວຽດນາມ.
ຂຳ່ນັບຮັບຕ້ອນ ວັນແມ່ຍິງສາກົນ, ໃນລະຫວ່າງວັນທີ 6-8/3, ບັນດານັກທ່ອງທ່ຽວຍິງມານະຄອນ ດ່ານັ້ງ ລ້ວນແຕ່ໄດ້ຮັບບຸລິມາສິດຢູ່ເຂດທ່ອງທ່ຽວທີ່ມີຊື່ສຽງ. ສວນສາທາລະນະ Asia Park ດ່ານັ້ງ ກໍ່ຫຼຸດລາຄ່າປີ້ລົງ 50% ໃຫ້ນັກທ່ອງທ່ຽວຍິງມາຢ້ຽມຢາມ, ລະຫຼິ້ນຢູ່ທີ່ນີ້.