ການເຄື່ອນໄຫວການຄ້າ ເຂດຊາຍແດນ ປະກອບສ່ວນໃຫ້ພື້ນຖານ ເສດຖະກິດຫວຽດນາມ ເປັນຈຳນວນເງິນກ່ວາ 10 ຕື້USD/ປີ
ຕະຫຼາດ ດົ່ງວັນ ແຂວງ ກວາງນິງ
(ພາບ: ໜັງສືພິມ ກວາງນີງ)
(vovworld) – ທີ່ກອງປະຊຸມແລກປ່ຽນວຽກງານຄະນະຊີ້ນຳການຄ້າເຂດຊາຍແດນທີ່ດຳເນີນໃນຕອນເຊົ້າວັນທີ 26/11, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການຄ້າເຂດຊາຍແດນສູນກາງໃຫ້ຮູ້ວ່າ: ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຜ່ານເຂດຊາຍແດນແຕ່ປີ 2008 ຮອດເດືອນ 9/2013 ບັນລຸໄດ້ 72 ຕື້USD. ຊຸມປີຜ່ານມາ, ການຄ້າເຂດຊາຍແດນລະຫວ່າງ ຫວຽດນາມ ກັບບັນດາປະເທດມີເສັນຊາຍແດນຮ່ວມມີການຫັນປ່ຽນຢ່າງຕັ້ງໜ້າ. ໃນນັ້ນ, ຕະຫຼາດໄດ້ເປີດກ້ວາງ, ດຶງດູດຫຼາຍວິສາຫະກິດເຂົ້າຮ່ວມ, ຄວາມຕ້ອງການສົ່ງອອກນຳເຂົ້າສິນຄ້ານັບມື້ນັບອຸດົມສົມບຸນ, ວົງເງິນແລກປ່ຽນສິນຄ້າເພີ່ມຂຶ້ນສູງ.
ຄຽງຄູ່ບັນດາໝາກຜົນທີ່ບັນລຸໄດ້, ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ: ວຽກງານຄຸ້ມຄອງການຄ້າເຂດຊາຍແດນໃນໄລຍະຜ່ານມາຍັງຄົງມີຂໍ້ຕິດຂັດ, ສິ່ງຄົງຂ້າງ. ເພື່ອແກ້ໄຂໄດ້ບັນດາຂໍ້ຕິດຂັດນີ້ໃຫ້ດີນັ້ນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວູຮູຍຮ່ວາງ, ຫົວໜ້າຄະນະຊີ້ນຳການຄ້າຊາຍແດນສູນກາງ, ໃຫ້ຮູ້ວ່າ:
“ພວກເຮົາຈະຕ້ອງເປັນເຈົ້າການໃນການເຈລະຈາ, ຮ່ວມມືເພື່ອກວດກາກັບບັນດາປະເທດມີເສັ້ນຊາຍແດນຮ່ວມ, ສ້າງ ແລະ ເຊັນບັນດາສັນຍາກ່ຽວກັບການຄ້າ, ການບໍລິການຜ່ານຊາຍແດນພ້ອມກັບບັນດາສັນຍາອື່ນທີ່ກ່ຽວຂ້ອງ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງທີ່ວາງອອກ. ຈາກນັ້ນ, ຍູ້ແຮງຍຸດທະສາດວາງແຜນກຳນົດ, ແຜນການຮ່ວມມືພັດທະນາການຄ້າເຂດຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີເສັ້ນຊາຍແດນຮ່ວມ. ໃນຕໍ່ໜ້າ, ຄະນະຊີ້ນຳສູນກາງຈະສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງຄົ້ນຄ້ວາ ສະເໜີສ້າງຍຸດທະສາດສັງລວມພັດທະນາການຄ້າເຂດຊາຍແດນລະຫວ່າງ ຫວຽດນາມ ກັບບັນດາປະເທດມີເສັນຊາຍແດນຮ່ວມ.”