ການເຄື່ອນໄຫວກ່ຽວກັບຫົວເລື່ອງ: ທະເລ ແລະ ໝູ່ເກາະ

ການເຄື່ອນໄຫວກ່ຽວກັບຫົວເລື່ອງ: ທະເລ ແລະ ໝູ່ເກາະ - ảnh 1
ເກາະຮ່ວາງຊາ
ພາບ:internet

(vovworld)-  ສູນສຳ​ເນົາ​ເອກະສານ​ແຫ່ງ​ຊາດ 4 ພວມ​ແປ່ ​ແລະ ຮຽບຮຽງ​ເອກະສານ​ລ້ຳ​ຄ່າ​ຫລາຍ​ຢ່າງ​ເພື່ອ​ຜະລິດ​ປື້​ມ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໃນ​ແມ່​ພິມ​ດ້ວຍ​​ໄມ້​​ໃນ​ສະ​ໄຫມລາຊະວົງ ຫງວຽນ. ນອກຈາກ​ເອກະສານ​ແມ່ພິມ​ດ້ວຍ​ໄມ້​ໃນ​ສະ​ໄຫມ​ລາຊະວົງ ຫງວຽນ ທີ່​ຊອກ​ມາ​ໄດ້​ກ່ອນ​ນີ້ ​ໂດຍຢືນຢັນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ສູນ​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ 4 ຍັງ​ຊອກ​ເຫັນ​ເອກະສານ​ອື່ນ​ບາງ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ ​ແລະ ໝູ່​ເກາະ​ໃນ​ຈຳນວນ​ແມ່ພິມ​ດ້ວຍ​ໄມ້ 35.000 ​ແຜ່ນ​ໃນ​ສະ​ໄຫມ​ລາຊະວົງ​ຫງວຽນ ທີ່​ພວມ​ຮັກສາ​ຢູ່​ສູນ​ດັ່ງກ່າວ. ​ເລື່ອງ​ຮຽບຮຽງ​ປື້​ມ ​ແລະ ປະກາດ​ບັນດາ​ເອກະສານ​ອັນ​ລ້ຳ​ຄ່າ​ດັ່ງກ່າວ ບໍ່​ພຽງ​ແຕ່​ມີ​ຄຸນ​ປະ​ໂຫຍ​ດອັນ​ໃຫຍ່​ຫລວງສຳລັບ​ວິຊາ​ການ​ຄົ້ນ​ຄ້ວາ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ ​ແລະ ໝູ່​ເກາະ​ແຫ່ງ​ຊັກ​ກະລະບູຊາ​ຂອງ​ປະ​ເທດຊາດ ອີກ​ດ້ວຍ.

        ກ່ຽວຂ້ອງ​ເຖິງ​ເຂດ​ທະ​ເລ ​ແລະ ໝູ່​ເກາະ, ຕອນ​ຄຳ່​ວັນ​ທີ 1/3 ຢູ່​ນະຄອນ ​ແຣກ​ຢາ ​ແຂວງ ກຽນ​ຢາງ ​ໄດ້​ດຳ​​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ທີ່​ມີ​ຫົວ​ຂໍ້​ວ່າ: “ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ​ເຂດ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ”. ນີ້​ເປັນ​ຄັ້ງ​ທຳ​ອິດ​ການ​ເຄື່ອນ​ໄຫວ​ໂຄສະນາ​ກ່ຽວກັບ​ເຂດ​ຊາຍ​ແດນ, ​ເຂດ​ທະ​ເລ ​ແລະ ໝູ່​ເກາະ ມີ​ຂອບ​ຂະຫນາດ​ໃຫຍ່​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້. ພັນ​ເອກ ​ເຈີ​ນວັນ​ຖິ່ນ ກຳມະການ​ການ​ເມືອງ ຕຳຫລວດ​ປ້ອງ​ກັນ​ທະ​ເລ ​ເຂດ 4 ​ໃຫ້​ຮູ້​ວ່າ:

        “ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ລາຍການ​ສຳຄັນ ມີ​ຄວາມ​ໝາຍອັນ​​ໃຫຍ່​ຫລວງ ສະ​ແດງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ທີ່​ມີ​ຕໍ່​ບັນດາ​ນັກຮົບ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ພະນັກງານ, ນັກຮົບ​. ລາຍການ​ຍັງ​ແມ່ນ​ການ​ໂຄສະນາ​ກ່ຽວ​ກັບ​ຊີວິດ, ການ​ຮຳ່​ຮຽນ, ຕໍ່ສູ້​ຂອງ​ກຳລັງ​ປະກອບ​ອາ​ວຸດ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ຫມູ່​​ເກາະ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພວກ
ຂ່າວ/ບົດ​ອື່ນ