ການເຄື່ອນໄຫວຂອງ ຄະນະຜູ້ແທນຫວຽດນາມ ຢູ່ກອງປະຊຸມຄັ້ງທີ 144 ຂອງ FAO
(vovworld) - ກອງປະຊຸມຄັ້ງທີ 144 ຂອງສະພາອົງການອາຫານ ແລະ ການກະເສດສະຫະປະຊາຊາດ (ຫຼື FAO) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 11/6 ຢູ່ນະຄອນຫຼວງ Roma ຂອງ ອີຕາລີ. ກອງປະຊຸມ FAO ພາກພື້ນ ອາຊີ - ປາຊີຟິກຄັ້ງທີ 31 ດ້ວຍຫົວຂໍ້ວ່າ “ຄ້ຳປະກັນດ້ານສະບຽງອາຫານ ແລະ ຫຼຸດຜ່ອນຄວາມທຸກຍາກ ອຶດຫິວ ຢູ່ເຂດຊົນນະບົດ”, ໄດ້ແລກປ່ຽນ, ປຶກສາຫາລື ແລະ ຍົກອອກບາງມາດຕະການເພື່ອແນໃສ່ເພີ່ມທະວີການຄ້ຳປະກັບດ້ານສະບຽງອາຫານ ແລະ ຊ່ວຍເຫຼືອປະຊາຊົນເຂດຊົນນະບົດຫຼຸດຜ່ອນຄວາມອຶດຫິວທຸກຍາກ. ທ່ານ Cao Duc Phat, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມ, ລາຍງານກ່ຽວກັບໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມ FAO ພາກພື້ນ ອາຊີ - ປາເຊຟິກ ຄັ້ງທີ 31 (ຫຼື APRC 31) ເຊິ່ງຈັດຕັ້ງຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 12 – 16/3/2012. ທີ່ວາລປະຊຸມຄັ້ງນີ້, ຫວຽດນາມ ສະແດງຄວາມປາດຖະໜາ ຢາກໃຫ້ FAO ຊ່ວຍເຫຼືອ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ຊ່ຽວຊານຫວຽດນາມ ໄປເຮັດວຽກໃຫ້ FAO. ໃນໄລຍະຈະມາເຖິງ, ຄາດວ່າ, ຫວຽດນາມ ຈະສົ່ງບັນດາຜູ້ຊ່ຽວຊານ ອັນດັບໜຶ່ງໃນຂົງເຂດຜະລິດເຂົ້າສານ, ສິນໃນນ້ຳ, ພັດທະນາຊົນນະບົດ ໄປເຮັດວຽກ ຢູ່ FAO.
ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ Cao Duc Phat ໄດ້ມີການພົບປະກັບເຈົ້າໜ້າທີ່ FAO ຈຳນວນໜຶ່ງ, ສະເໜີໃຫ້ FAO ພິຈາລະນາ, ດັດປັບໂຄງການ “ໜູນຊ່ວຍ ເງິນ 500.000 USD ຢ່າງຮີບດ່ວນ ເພື່ອຄວບຄຸມການແຜ່ລາມຂອງໂລກລະບາດໃນ ກຸ້ງ ທີ່ຍັງບໍ່ທັນຊອກຫາໄດ້ສາຍເຫດ” ທີ່ມີມູນຄ່າ.