ການເຄື່ອນໄຫວຂອງ ທ່ານາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢູ່ ຟິລີບປີນ

ການເຄື່ອນໄຫວຂອງ ທ່ານາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢູ່ ຟິລີບປີນ - ảnh 1
(ທ່ານ​ປະທານາທິບໍດີຟິລີບ​ປີນ Benigno S.Aquino III ​
ຕ້ອນ​ຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ)

(vovworld) – ຕອນ​ບ່າຍ​ວັນ​ທີ 21/05, ຢູ່​ສຳນັກງານ​ປະທານາທິບໍດີ ຟິລີບ​ປີນ ຢູ່​ນະຄອນຫຼວງ ມາ​ນີລາ, ທ່ານ​ປະທານາທິບໍດີຟິລີບ​ປີນ Benigno S.Aquino III ​ໄດ້​ເປັນ​ເຈົ້າ​ການ​ຕ້ອນ​ຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ຢ່າງ​ສົມ​ກຽດທີ່ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຟິລີບ​ປີນ ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ກ່ຽວ​ກັບ​ອາຊີ ​ເຊິ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 22/05. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ພ້ອມ​ກັບ​ທ່ານ​ປະທານາທິບໍດີ Benigno S.Aquino III ​ໄດ້​ດຳ​ເນີນ​ການ​ເຈລະຈາ, ພ້ອມ​ກັນ​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ຫຼາຍ​ມາດ​ຕະການ​ລະອຽດ ​ແນ​ໃສ່​ຮັດ​​ແໜ້ນ​ການ​ພົວພັນ​ມິດຕະພາບ, ຍູ້​ແຮງການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ສະ​ແດງ​ທັດສະນະ​ເດັດ​ດຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ບັນດາ​ປະ​ເທດ, ປະຊາ​ຄົມ​ໂລກສືບ​ຕໍ່​ອອກສຽງ​ຄັດຄ້ານ​ຢ່າງ​ແຮງ ​ແລະ ຮຽກຮ້ອງຈີນ ຢຸດຕິ​ບັນດາ​ການກະທຳ​ລ່ວງ​ລ້ຳເຂດ​ທະ​ເລຢ່າງຮ້າຍ​ແຮງ​ຂອງ​ບັນດາ​ປະ​ເທດ​ແຄ​ມທະ​ເລ​… ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ​ທ່ານ​ປະທານາທິບໍດີ Benigno S.Aquino III ​ໄດ້​ເຫັນ​ດີ ​ຮັດ​ແໜ້ນ​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ​ລະ​ຫວ່າງ 2 ປະ​ເທດ​ກວ່າ​ອີກ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ຮ່ວມ​ມື​​ໃນ​ຂອບ​ເຂດ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ການ​ສ້າງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຟິລີບ​ປີນ ​ແລະ ສະມາຄົມ​ມິດຕະພາບຟິລີບ​ປີນ - ຫວຽດນາມ. ​ແຈ້ງ​ການ​ກ່ຽວ​ກັບໝາກຜົນ​ການ​ເຈລະຈາ​ກັບ​ສ່ືມວນ​ຊົນ​ສາກົນ​ຢູ່ສຳນັກງານ​ປະທານາທິບໍດີ ຟິລີບ​ປີນ ຢູ່​ນະຄອນຫຼວງ ມາ​ນີລາ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ຄື​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ຊຸກຍູ້ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຟິລີບ​ປີນ, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ຂຶ້ນສູ່​ລະ​ກັບ​ສູງ​ໃໝ່ຢ່າງຮອບດ້ານ. ຕາມ​ນັ້ນ​ແລ້ວ, ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະຕິບັດ​ງານ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ນຳ​ໜ້າ ​ເພື່ອ​ສ້າງ​ທິດ​ທາງ​ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເພື່ອ​ຜົນ​ປະ​ໂຫຍດຂອງ​ແຕ່ລະ​ປະ​ເທດ ​ແລະ ​ເພື່ອ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ລວມຂອງ​ພາກ​ພື້ນ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຕັດສິນໂດຍ​ໄວ”.

ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ປະທານາທິບໍດີ Benigno S Aquino III  ​ໄດ້​ແຈ້ງ​ໃຫ້​ວົງ​ການ​ນັກ​ຂ່າວ​ຊາບ: ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ຕົ້ນ​ແມ່ນ​ສົມທົບ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພ້ອມ​ກັນ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ​ອາ​ຊຽນ ສາມັກຄີ, ​ເຂັ້ມ​ແຂງ​ໃນ​ປີ 2015, ສືບ​ຕໍ່​ສົມທົບກັນ, ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ​ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ:

        “ຂ້າພະ​ເຈົ້າ ​ແລະ   ທ່ານ​ປະທານາທິບໍດີ Benigno S Aquino III  ​ລ້ວ​ນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບການ​ອັນຕະລາ​ຍພິ​ເສດ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ເດັດດ່ຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ບັນດາ​ປະ​ເທດ, ປະຊາ​ຄົມ​ໂລກ​ສືບ​ຕໍ່​ຄັດຄ້າ​ນຢ່າງ​ແຮງ ​ແລະ ຮຽກຮ້ອງ​ຈີນ ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ລ່ວງ​ລ້ຳ​ຢ່າງ​ທັນ​ທີ່, ​ເຄົາລົບ​ກົດໝາຍ​ສາກົນ, ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ສູ້​ຊົນ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.”

             ທ່ານ Benigno S Aquino III ຊີ້​ແຈ້ງວ່າ: ຟິລິບ​ປີນ ​ແລະ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ບໍ່​ພຽງ​ແຕ່​ຮັດ​ແຫນ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ​ເທົ່າ​ນັ້ນ ຫາກ​ຍັງ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ກອງທັບ​ສອງ​ປະ​ເທດ​ອີກ​ດ້ວຍ. ການ​ນຳ​ສອງ​ທ່ານ​ຢືນຢັນ​ຄືນ ການ​ຮ່ວມ​ມືທະ​ເລ ​ແລະ ມະຫາ​ສະມຸດ ​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເຫັນ​ດີ​ສືບ​ຕໍ່​ແລກປ່ຽນ, ກາ​ນຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ຢູ່ ບັນດາ​ກົນ​ໄກ​ສອງ​ຝ່າຍ​ຄື: ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ທະ​ເລ ​ແລະ ມະຫາ​ສະມຸດ.

ຂ່າວ/ບົດ​ອື່ນ