ທ່ານປະທານປະເທດ Truong Tan Sang ແລະ ກະສັດກຳປູເຈຍ
Norodom Sihamoni
|
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ Truong Tan Sang, ພະບາດສົມເດັດພະບໍຣົມມະນຽດພະມະຫາກະສັດກຳປູເຈຍ Norodom Sihamoni ຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 – 26/9. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 4 ຂອງພະບາດສົມເດັດພະບໍຣົມມະນຽດພະມະຫາກະສັດກຳປູເຈຍ Norodom Sihamoni ນັບແຕ່ເມື່ອຂຶ້ນຄອງລາຊະບັນລັງເມື່ອປີ 2004. ຕອນບ່າຍວັນທີ 24/9, ພາຍຫລັງພິທີຕ້ອນຮັບ ພະບາດສົມເດັດພະບໍຣົມມະນຽດພະມະຫາກະສັດກຳປູເຈຍ Norodom Sihamoni ຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ມີການພົບປະແລກປ່ຽນຄຳເຫັນກັບ ກະສັດກຳປູເຈຍ. ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ຕີລາຄາສູງຄວາມສຳຄັນຂອງການຢ້ຽມຢາມເນື່ອງໃນໂອກາດສອງປະເທດຈັດຕັ້ງການເຄ່ືອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2012 ແລະ ສະເຫລີມສະຫລອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ທ່ານປະທານປະເທດຫວຽດນາມ Truong Tan Sang ຢືນຢັນວ່າ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງສາຍພົວພັນຖານ ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບກຳປູເຈຍ. ກະສັດ Norodom Sihamoni ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ສະຫງວນການສະຫນັບສະຫນູນ ແລະ ຊ່ວຍເຫລືອອັນລ້ຳຄ່າໃຫ້ແກ່ ກຳປູເຈຍໄລຍະກ່ອນນີ້ກໍຄືປະຈຸບັນ. ທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ກະສັດກຳປູເຈຍ Norodom Sihamoni ເປັນເອກະພາບກັນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະໃນໂລກ.
ຕອນບ່າຍວັນດຽວກັນ, ເມື່ອພົບປະແລກປ່ຽນຄຳເຫັນກັບກະສັດກຳປູເຈຍ Norodom Sihamoni, ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນຫນັກວ່າ: ຍາມໃດຫວຽດນາມ ກໍເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບກຳປູເຈຍ ສືບຕໍ່ມານະພະຍາຍາມເຮັດໃຫ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ເພ່ືອຄວາມວັດທະນາຖາວອນລວມຂອງທັງ ຫວຽດນາມ ແລະ ກຳປູເຈຍ. ຕອນຄຳ່ວັນດຽວກັນ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ຈັດງານລ້ຽງຮອງຮັບກະສັດກຳປູເຈຍ Norodom Sihamoni ພ້ອມກັບຄະນະຜູ້ແທນຂັ້ນສູງ ກຳປູເຈຍ.