ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ການາດາ

(VOVWORLD) - ເນື້ອໃນຂອງກອງປະຊຸມ G7 ເປີດກ້ວາງໄດ້ສຸມໃສ່ເຂົ້າບັນຫາທະເລ ແລະ ມະຫາສະຫມຸດ. ທີ່ກອງປະຊຸມ, ການນຳເກືອບທັງໝົດໄດ້ຢັ້ງຢືນຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 21)
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ການາດາ - ảnh 1 ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ G7 ເປີດກ້ວາງ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ຈັດຕັ້ງໃນວັນທີ 9 ມິຖຸນາ, ຢູ່ລັດ Quebec, ປະເທດ ການາດາ.

        ເນື້ອໃນຂອງກອງປະຊຸມ G7 ເປີດກ້ວາງໄດ້ສຸມໃສ່ເຂົ້າບັນຫາທະເລ ແລະ ມະຫາສະຫມຸດ. ທີ່ກອງປະຊຸມ, ການນຳເກືອບທັງໝົດໄດ້ຢັ້ງຢືນຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 21), ແບ່ງປັນແນວຄວາມຄິດ, ວິໄສທັດ ແລະ ມາດຕະການເພີ່ມທະວີກຳລັງແທດເໝາະ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ບັນດາກົນໄກແກ້ໄຂບັນດາບັນຫາທະເລບົນພື້ນຖານກົດໝາຍສາກົນ, ຕ້ານການເຊາະເຈື່ອນຢູ່ຝັ່ງທະເລ ແລະ ສະພາບນ້ຳທະເລຂຶ້ນສູງ, ເພີ່ມທະວີການຄຸ້ມຄອງ ແລະ ອະນຸລັກຮັກສາຊີວະນາໆພັນຢູ່ທະເລ…

        ໃນບົດປາໄສທີ່ກອງປະຊຸມສຸດຍອດ G7 ເປີດກ້ວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນ ປະເທດເຈົ້າພາບ ການາດາ ໄດ້ສ້າງເນື້ອໃນຈຸດສຸມໂຄງການດຳເນີນງານຂອງກອງປະຊຸມປີນີ້ແມ່ນບັນຫາທະເລ ແລະ ມະຫາສະຫມຸດ; ຊົມເຊີຍບັນດາປະເທດ G7 ສະແດງຄວາມຕັດສິນໃຈ ແລະ ຈິດໃຈຮ່ວມມືເພື່ອພ້ອມກັນຊອກຫາມາດຕະການຊຸກຍູ້ການປົກປັກຮັກສາສິ່ງແວດລ້ອມຊີວະນາໆພັນຢູ່ທະເລ ແລະ ມະຫາສະຫມຸດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງສານກ່ຽວກັບຄວາມສຳຄັນຂອງການເພີ່ມທະວີຮ່ວມມືກັບສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງແຮງ; ຍົກອອກຂໍ້ລິເລີ່ມສ້າງຕັ້ງເວທີປາໄສຮ່ວມມືເປີດກ້ວາງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດຢູ່ແຄມທະເລ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະພາບນ້ຳທະເລຂຶ້ນສູງ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະນາໆພັນຢູ່ທະເລ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ການາດາ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນນັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ສະພາບນ້ຳທະເລຂຶ້ນສູງ, ພ້ອມທັງຖືກຜົນສະທ້ອນຢ່າງຫຍໍ້ທໍ້ຂອງການຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງ ບໍ່ຍື່ນຍົງ.

        ບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະເທດເຈົ້າພາບ ແລະ ຫຼາຍປະເທດທີ່ເຂົ້າຮ່ວມກອງປະຊຸມຕີລາຄາສູງ ແລະ ສະແດງການສະໜັບສະໜູນສຳລັບບັນດາຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີ, ກໍ່ຄືຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ.

        ກໍ່ໃນວັນດຽວກັນ, ໃນການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ການຢ້ຽມຢາມປະເທດ ການາດາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະເຮັດວຽກກັບບັນດາຫົວໜ້າຄະນະ G7 ແລະ G7 ເປີດກ້ວາງ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະ 2 ຝ່າຍຍກັບການນຳບາງປະເທດທີ່ເຂົ້າຮ່ວມກອງປະຊຸມ 2 ຄັ້ງນີ້.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ເຫັນດີເປັນເອກະພາບຈະເພີ່ມທະວີການສົມທົບກັນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງ, ກ້ວາງຂວາງໃຫ້ພັດທະນາແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດກ່ວາອີກ.

        ໃນການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີປະສິດທິຜົນຂອງບັນດາກົນໄກຮ່ວມມື, ຊຸກຍູ້ການໂອ້ລົມສົນທະນາກ່ຽວກັບບັນດາບັນຫາຍຸດທະສາດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສົມທົບກັນຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືການຄ້າ - ການລົງທຶນລະຫວ່າງ 2 ປະເທດ.

        ອວຍພອນໃຫ້ທ່ານນາຍົກລັດຖະມົນຕີ Giuseppe Conte ຫາກໍ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອີຕາລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ອີຕາລີ ຢ້ຽມຢາມ ຫວຽດນາມ ໂດຍໄວ.

        ກໍ່ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ພົບປະກັບການນຳປະເທດຕ່າງໆຄື: ອັກຊັງຕິນ, ນອກແວ, ບັງກະລາເທດ, ອາຟຣີກາໃຕ້… ແລະ ການນຳບາງອົງການຄື: ສະຫະປະຊາຊາດ, ກອງທຶນເງິນຕາສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ