ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ
(ພາບ: TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ວັນທີ 17/5, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລັດເຊຍ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງປະເທດຊາດ, ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ເນັ້ນໜັກບັນດາທິດທາງໃຫຍ່ແກ່ການພັດທະນາເສດຖະກິດ, ສັງຄົມ ແລະ ບັນດາຈຸດສຸມນະໂຍບາຍພົວພັນຕ່າງປະເທດເຊິ່ງພັກ ແລະ ລັດຈະຜັນຂະຫຍາຍປະຕິບັດໃນ 5 ປີຈະມາເຖິງ.
ຕອນບ່າຍວັນດຽວກັນ, ທ່ານ ຫງວຽນຊວນຟຸກ ມີການພົບປະກັບປະທານສະພາ ສະຫະພັນ ລັດເຊຍ ທ່ານນາງ Valentina Matvienko. 2 ຝ່າຍຕີລາຄາສູງການພົວພັນຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ ໃນໄລຍະຜ່ານມາໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ນັບມື້ນັບຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ. ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາ ສະຫະພັນ ລັດເຊຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ເພີ່ມທະວີການແລກປ່ຽນຄະນະເພື່ອແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ ແລະ ຕິດຕາມ, ກວດກາການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ.
ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມບໍລິສັດນຳ້ມັນອາຍແກັດ Gazprom, ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດໃຫຍ່ແຖວໜ້າຂອງສະຫະພັນລັດເຊຍ.