ການເຄື່ອນໄຫວຂອງທ່ານປະທານປະເທດເຈີ່ນດ້າຍກວາງຢູ່ສປປລາວ

ການເຄື່ອນໄຫວຂອງທ່ານປະທານປະເທດເຈີ່ນດ້າຍກວາງຢູ່ສປປລາວ - ảnh 1
ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​
​ວາງ​ພວງ​ມາ​ລາ ທີ່ ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ນິ​ລະ​ນາມ​ ຢູ່​ນະ​ຄອນຫຼວງວຽງ​ຈັນ


(vovworld)- ​ໃນ​ຕອນ​ເຊົ້າ ​ວັນ​ທີ 13/6, ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ໄປ​ວາງ​ພວງ​ມາ​ລາ ທີ່ ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ນິ​ລະ​ນາມ​ ຢູ່​ນະ​ຄອນຫຼວງວຽງ​ຈັນ. ແລະ​ກໍ່​ໃນ​ຕອນ​ເຊົ້າ​ ວັນ​ທີ 13/6, ທ່ານ ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ​ ພິ​ພິ​ທະ​ພັນ ​ໄກ​ສອນ​ພົມ ວິ​ຫານ, ເຂດ​ອະ​ນຸ​ສະ​ຖານ​ປະ​ທານ​ສຸ​ພາ​ນຸ​ວົງ, ຢ້ຽມ​ຢາມ​ຖາມ​ຂ່າວ ​ຄອບ​ຄົວ​ປະ​ທານ​ໄກ​ສອນ ພົມ​ວິ​ຫານ, ປະ​ທານ​ສຸ​ພາ​ນຸ​ວົງ, ຢ້ຽມ​ຢາມ ແລະ ອອຍ​ພອນ​ສຸ​ຂະ​ພາບ ​ທ່ານ ທອງ​ສີງ ທຳ​ມະ​ວົງ ອະ​ດີດ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ.

        ໃນ​ການໄປຢ້ຽມ​ຢາມ ທ່ານ ທອງ​ສີງ ທຳ​ມະ​ວົງ ອະ​ດີດ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ລາຍ​ງານ​ໝາກ​ຜົນ​ອັນ​ຈົບ​ງາມ ຂອງ​ການ​ພົບ​ປະ​ເຈ​ລະ​ຈາ, ພົບ​ປະຕ່າງໆ ​ກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ລາວ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ: ທ່ານ ທອງ​ສີງ ທຳ​ມະ​ວົງ ອະ​ດີດ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຈະ​ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ ແລະ ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຕົນ ໃຫ້​ແກ່ການ​ຊຸກ​ຍູ້​ ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ-ລາວ.
        ໃນ​ການໄປ​ຢ້ຽມ​ຢາມ ພິ​ພິ​ທະ​ພັນ ​ໄກ​ສອນ​ພົມ ວິ​ຫານ, ເຂດ​ອະ​ນຸ​ສະ​ຖານ​​ປະ​ທານ​ສຸ​ພາ​ນຸ​ວົງ, ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ​ຮູ້​ສຶກຕື້ນ​ຕັນ​ໃຈ ​ອາ​ໄລ​ຫາເຖິງ​ປະ​ທານ​ໄກ​ສອນ ​ພົມ​ວິ​ຫານ, ປະ​ທານ​ສຸ​ພາ​ນຸ​ວົງ, ບັນ​ດາ​ການ​ນຳ​ທີ່​ດີ​ເດັ່ນ, ນັກ​ຮົບ​ປະ​ຕິ​ວັດ​ຜູ້​ຍິງ​ໃຫຍ່, ລູກ​ສິດ​ຂອງ​ພັກ ແລະ ລັດ​ຖະ​ບານ​ລາວ, ເປັນ​ເພື່ອນຜູ້​ຍິ່ງ​ໃຫຍ່ ແລະ​ສະ​ໜິດ​​ສະ​ໜົມ, ສະ​ໜິດ​ຕິດ​ພັນ, ​ສັດ​ຊື່​ບໍ​ລິ​ສຸດ ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ  ຢືນ​ຢັນ​ວ່າ​:  ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໝັ້ນ​ໝາຍ​ຈະ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນລາວ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ ໃຫ້​​ສາຍ​ພົວ​ພັນມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ ນັບ​ມື້​ນັບ​ພັດ​ທະ​ນາ ຢ່າງບໍ່ຢຸດຢັ້ງ ແລະ ໝັ້ນ​ຄົງ​ທະ​ນົງ​ແກ່ນ​ໄປ​ຊົ່ວ​ກາ​ລະ​ນານ ເພື່ອ​ໃຫ້​ລຸ່​ນຄົນຕໍ່ໆ​ໄປຮ່ຳ​ຮຽນ​ເອົາ.

ການເຄື່ອນໄຫວຂອງທ່ານປະທານປະເທດເຈີ່ນດ້າຍກວາງຢູ່ສປປລາວ - ảnh 2
ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
​ຢ້ຽມ​ຢາມເຂດ​ອະ​ນຸ​ສະ​ຖານ​​ປະ​ທານ​ສຸ​ພາ​ນຸ​ວົງ

         ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 13/6, ທ່ານ ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້ພົບ​ປະ ແລະ ເຮັດ​ວຽກ ກັບບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ລົງ​ທຶນ​ຢູ່​ລາວ; ຕ້ອນຮັບ ທ່ານ ສາຍຂອງ ສາຍ​ນາ​ສິນ ​​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ.

        ​ຕອນ​ບ່າຍ​ວັນ​ທີ 13/6, ທ່ານ ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ, ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຂອງ​ລັດ ​ຫວຽດ​ນາມ ໄດ້​ເດີນ​ທາງອອກ​ຈາກ​ນະ​ຄອນຫຼວງວຽງ​ຈັນ ​ໄປ​ຢ້ຽມ​ຢາມ​ ແຂວງ​ຈຳ​ປາ​ສັກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄປ​ສົ່ງ ທ່ານ ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ຢູ່​ທີ່​ພັກ​ຂອງ​ຄະ​ນະ.

ຂ່າວ/ບົດ​ອື່ນ