(vovworld) - ວັນທີ 3/10, ກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ - ເອີລົບ ຄັ້ງທີ 7 (ASEP 7) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ, ລາວ, ດ້ວຍການເຂົ້າຮ່ວມຂອງ 43 ປະເທດສະມາຊິກ ແລະ ລັດຖະສະພາບາງປະເທດທີ່ພວມກະກຽມໄດ້ຮັບເຂົ້າລັດຖະສະພາອາຊີ - ເອີລົບ. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ມີບົດກາວປາໄສທີ່ສຳຄັນດ້ວຍເນື້ອໃນສືບຕໍ່ຢືນຢັນ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຄົມໂລກ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 2/10, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ບັນດາສະມາຊິກໃນຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ພາຍຫຼັງທີ່ຄະນະເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ທ່ານປະທານປະເທດ ຈູມມາລີ ໄຊຍະສອນ. ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ. ເພາະສະນັ້ນ, ສອງຝ່າຍຕ້ອງສືບຕໍ່ຮັກສາ ແລະ ເພີ່ມທະວີບັນດາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍຄືວິສາຫະກິດຂອງສອງປະເທດ, ຍູ້ແຮງການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງສອງປະເທດ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ກໍປາດຖະໜາວ່າ ລັດຖະບານລາວ ສ້າງເງື່ອນໄຂສະດວກກວ່າອີກໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ດຳເນີນທຸລະກິດຢ່າງມີປະສິດທິຜົນກວ່າອີກ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ ແລະ ໃນປີ 2012 ນີ້, ສູ້ຊົນນຳວົງເງິນການຄ້າສອງສົ້ນຂອງສອງປະເທດບັນລຸລະດັບ 1 ຕື້ USD.