ການເຄື່ອນໄຫວຕອບສະຫນອງບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ2015

ການເຄື່ອນໄຫວຕອບສະຫນອງບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ2015 - ảnh 1
ພາບ​ປະ​ກອບ:internet
 (vovworld)- ​ໂດຍ​ນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ຫນອ​ງ​ບັ້ນມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ​ປີ 2015, ຕອນ​ເຊົ້າ​ວັນ​ທີ 19/3, ​ທ່ານ John Nielsen, ​ທູດບັ້ນ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ, ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ແດນ​ມາກ ປະ​ຈຳ​ຫວຽດ​ນາມ, ຜູ້​ຕາງ​ຫນ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ພ້ອມ​ດ້ວຍ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ 500 ຄົນ ໄດ້​ເຂົ້າ​ຮ່ວມ​ການ​ປຸກ​ລະ​ດົມ​ຕອບ​ສະ​ຫນອງບັ້ນ ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ.  ເພື່ອນ ເຈືອງ​ທິ​ແທງ​ຮ່​ວາຍ, ຮອງ​ເລ​ຂາ​ຄະ​ນະ​ຊາວ​ຫນຸ່ມ​ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ລາຍ​ການ​ດັ່ງ​ກ່າວ​ມີ​ຄ​ວາມ​ໝາຍ​ຢ່າງ​ແທດ​ຈິງ. ຕາງ​ຫນ້າ​ໃຫ້​ໄວ​ຫນຸ່ມ​ໃນ​ໂຮງ​ຮຽນ, ນ້ອງ​ປາດ​ຖະ​ຫນາ​ວ່າ ນີ້​ແມ່ນ​ລາຍ​ການ​ສຶກ​ສາ ແລະ ໂຄ​ສະ​ນາ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ​ເຖິງ​ສະ​ມາ​ຊິກ​ຄະ​ນະ​ຊາວ​ຫນຸ່ມ, ຊາວ​ຫນຸ່ມ ໃນ​ໂຮງ​ຮຽນ ມີ​ສະ​ຕິ ແລະ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້​ອມ ແລະ ປະ​ຢັດ​ພະ​ລັງ​ງານ.”

 

 

 

ຂ່າວ/ບົດ​ອື່ນ