ການເຄື່ອນໄຫວຕອບສະຫນອງວັນສິ່ງແວດລ້ອມໂລກ

 ການເຄື່ອນໄຫວຕອບສະຫນອງວັນສິ່ງແວດລ້ອມໂລກ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ປູກຕົ້ນໄມ້ຕອບສະຫນອງວັນ
ສິ່ງແວດລ້ອມໂລກ

(vovworld) -  ຕອນເຊົ້າວັນທີ 3/6 ຢູ່ ນະຄອນ ຮ້າລອງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການ ປະຊາຊົນ ​ແຂວງ ກວ໋າງນີງ ຈັດ​ຕັ້ງ​ງານ​ຊຸມນຸມ​ມິດ​ຕິງ ຕອບ​ສະຫນອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ (5/6) ​ແລະ ປີ​ສາກົນ​ກ່ຽວ​ກັບ​ພະລັງງານ​ໝັ້ນຄົງ 2012 ​ໂດຍ ສະຫະ​ປະຊາ​ຊາດ​ປຸກລະດົມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Hoang Trung Hai ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໄດ້​ກາ​ຍ​ເປັນ​ຫນ້າ​ທີ່​ເປັນ​ປະຈຳ​ຂອງ​ທັງ​ລະບົບ​ການ​ເມືອງ, ງົບ​ປະມານ​ທີ່​ສະຫງວນ​ໃຫ້​ແກ່​ວຽກ​ງານ​ນີ້​ບໍ່​ຕຳ່​ກວ່າ​ລະດັບ 1% ຍອດ​ລາຍ​ຈ່າຍ​ງົບ​ປະມານ​ໃນ​ແຕ່ລະ​ປີ. ຄວາມ​ຮັບ​ຮູ້​ລວມຂອງ​ສັງຄົມ​ກ່ຽວ​ກັບ​ກາ​ນປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ບັນຫາ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​ກໍ​ພວມ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ. ກ່ຽວ​ກັບ​ການ​ສຳ​ພັດ​ທາງ​ດ້ານ​ເສດຖະກິດ​ຂຽວ​,​ ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ຊີ້​ແຈງ​ວ່າ:

        “ ຫວຽດນາມ ​ໄດ້​ປະກາ​ດ​ໃຊ້​ບັນດາ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ ຄື​ກົດໝາ​ຍນຳ​ໃຊ້​ພະລັງງານ​ ປະຢັດ ​ແລະ ມີ​ປະສິດ​ທິຜົນ. ຍຸດ​ທະ​ສາດຜະລິດ​ພະລັງງານ​ສະອາດ​ກວ່າ​ຮອດ​ປີ 2030. ປະຈຸ​ບັນ ລັດຖະບານ ​ໄດ້​ມອບ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງ​ມຶນ ສ້າງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ໄລຍະ 2011 - 2020. ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຄົ້ນ​ຄ້ວາ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ປີ 2005 ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃຫມ່​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ປັບປຸງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ, ​ເປັນ​ເຈົ້າ​ການ​ໃນ​ກາ​ນຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ.”

 

 

ຂ່າວ/ບົດ​ອື່ນ