(ພາບ:ພັກກອມມູນິດ)
(vovworld)- ຕອນບ່າຍວັນທີ 25/7, ຄະນະປະຕິບັດງານໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍິນ ນຳໜ້າໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນໂຮ່ຈິມິນ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍິນ ຢືນຢັນວ່າ: ຍາມໃດພັກ ແລະ ລັດກໍ່ມີຄວາມເອົາໃຈໃສ່ເບິ່ງແຍງ, ປົວແປງຊີວິດການເປັນຢູ່ຂອງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງານຄວາມດີຕໍ່ການປະຕິວັດໃຫ້ດີຂຶ້ນ. ທ່ານປາດຖະໜາວ່າ: ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດຂອງຄອບຄົວ, ກາຍເປັນແບບຢ່າງທີ່ດີເດ່ັນໃຫ້ບັນດາລຸ່ນໜຸ່ມຮ່ຳຮຽນ ແລະ ປະຕິບັດຕາມ.
ໃນຕອນຄ່ຳຂອງວັນທີ 26/7, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຈັດການເຄື່ອນໄຫວຕ່າງໝສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານຮ່າງເຢືອງ-ໂກນດ້າວ. ສ່ວນຢູ່ແຂວງຕວຽນກວາງ ກໍ່ຈັດການໃຕ້ທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານຂອງແຂວງ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 25/7, ຢູ່ນະຄອນຫາຍຟອ່ງ ໄດ້ຈັດລາຍການສະແດງສິລະປະດ້ວຍຫົວເລື່ອງ ”ມຸ້ງໄປສູ່ເຂດໝູ່ເກາະທະເລຂອງບ້ານເກີດເມືອງນອນ”. ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແຂວງທາຍບິງ ໄດ້ປະຕິບັດສຳເລັດການບູລະນະ, ຍົກລະດັບ, ກໍ່ສ້າງໃໝ່ເຮືອນເກືອບ 2700 ຫລັງ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງານຄວາມດີຕໍ່ການປະຕິວັດ. ທ່ານບຸ່ຍກົງຍ້ານ, ຮອງຜູ້ອຳນວຍ ການພະແນກແຮງງານ-ທະຫານເສຍອົງຄະ ແລະ ສັງຄົມແຂວງທາຍບິງ ໃຫ້ຮູ້ວ່າ:
”ໃນໄລຍະຈະມາເຖິງ, ແຂວງຈະສຸມໃສ່ແກ້ໄຂບັນດາສິ່ງທີ່ຍັງຄົງຂ້າງໃນການປະຕິບັດນະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ຜັນຂະຫຍາຍການປະຕິບັດບັນດາຂໍ້ກຳນົດໃໝ່ຂອງລັດຖະບັນຍັດຢ່າງໄວວາເພື່ອໃຫ້ຜູ້ມີຄຸນງາມ ຄວາມດີຕໍ່ການປະຕິວັດໄດ້ຊົມໃຊ້ນະໂຍບາຍຂອງລັດຢ່າງທັນການ”.
ໃນໂອກາດນີ້, ບັນດາອົງການມີໜ້າທີ່ຮັບຜິດຊອບແຂວງແທງຮວາ ໄດ້ຈັດໃຫ້ຫຼາຍຄະນະໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ. ທ່ານເຢືອງວັນເຮ້ວ ຮອງຜູ້ ອຳນວຍການພະແນກແຮງງານ-ທະຫານເສຍອົງຄະ ແລະ ສັງຄົມແຂວງແທງຮວາ ຢືນຢັນວ່າ:
”ແທງຮວາ ມີຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຫຼາຍຄົນ. ປີນີ້ພວກຂ້າພະເຈົ້າໄດ້ມອບຂອງຂວັນກ່ວາ 100.000 ພູດໃຫ້ແກ່ເຂົາເຈົ້າ ລວມມູນຄ່າປະມານ 20 ຕື້ດົ່ງ. ທາງແຂວງໄດ້ສຸມໃສ່ການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ແມ່ຫວຽດນາມ ວິລະຊົນ. ນອກຈາກນັ້ນ ທາງແຂວງຍັງສົມທົບກັບກະຊວງປ້ອງກັນປະເທດແກ້ໄຂວຽກເຮັດງານທຳໃຫ້ແກ່ລູກຂອງທະຫານເສຍອົງຄະໜັກທີ່ພວມຢູ່ໃນສູນປິ່ນປົວພະຍາດ”.