(ພາບ: http://kenh14.vn)
(vovworld) - ເນື່ອງໃນໂອກາດສະຫຼີມສະຫຼອງ 69 ປີແຫ່ງວັນຊາດຫວຽດນາມ ຄືວັນທີ 2/9, 45 ປີແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ, ຕອນເຊົ້າວັນທີ 1/9, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ໄປຖະຫວາຍທູບທຽນທ່ານປະທານໂຮຈິມິນ ຢູ່ຫໍພິພິຕະພັນໂຮ່ຈິມິນ ທີ່ນະຄອນໂຮ່ຈິມິນ.
ໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນໂຮ່ຈິມິນ ຍັງໄດ້ໄຂງານວາງສະແດງຮູບພາບ “ເສີມຂະຫຍາຍນ້ຳໃຈການປະຕິວັດເດືອນສິງຫາໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ“. ຮູບພາບເກືອບ 200 ແຜ່ນໄດ້ຍົກອອກຜົນງານຂອງທະຫານ ແລະ ປຊຊ ທົ່ວປະເທດເວົ້າລວມ ແລະ ນະຄອນໂຮ່ຈິມິນ ເວົ້າສະເພາະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ສ່ວນຢູ່ແຂວງເຊີນລາ, ວັນບຸນວັດທະນະທຳບັນດາຊົນເຜົ່າເມືອງໂມກເຈົາ ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2/9 ໂດຍໄດ້ເລີ່ມແຕ່ວັນທີ 31/8-2/9. ທ້າວທ່າວອາໄຊ, ຢູ່ຕາແສງເວີນໂຮ່, ເມືອງໂມກເຈົາ ໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງກໍ່ຄືບັນດາຊົນເຜົ່າອື່ນໆມີຫຼາຍວັນບຸນໃນປີໜຶ່ງ, ແຕ່ສະເພາະ ບຸນເຕັດເອກະລາດແມ່ນວັນສຳຄັນກ່ວາໝູ່. ແຕ່ລະປີ, ຮອດວັນທີ 2/9, ຊາວເຜົ່າມົ້ງໄດ້ມຸ່ງໄປເຖິງເຂດໃຈກາງເມືອງ, ສ້າງເປັນຂະບວນການຢ່າງຟົດຟື້ນ, ແຕ່ມາບັດນີ້, ຫຼາຍຊົນເຜົ່າອື່ນກໍ່ມາເຂົ້າຮ່ວມເພື່ອພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນຊື່ງກັນ ແລະ ກັນ, ເພື່ອພ້ອມກັນພັດທະນາເສດຖະກິດ, ສ້າງສາບ້ານເກີດເມືອງນອນ“.
ແຂກທ່ອງທ່ຽວມາພາກກາງເພີ່ມຂຶ້ນໃນໂອກາດວັນຊາດ 2/9
ໃນໂອກາດວັນຊາດ 2/9, ຈຳນວນແຂກທ່ອງທ່ຽວມາພາກກາງໄດ້ເພີ່ມຂຶ້ນ. ປີນີ້, ການທ່ອງທ່ຽວເຂດທະເລໝູ່ເກາະຍັງແມ່ນການຄັດເລືອກອັນດັບ 1 ຂອງແຂກທ່ອງທ່ຽວເມື່ອມາຍາຈາງ-ແຄງຮ່ວາ. ຄາດວ່າ, ໃນໂອກາດນີ້, ນະຄອນຍາຈາງຕ້ອນຮັບແຂກທ່ອງທ່ຽວ 37.000 ເທື່ອຄົນ, ໃນນັ້ນ, ແຂກສາກົນເກືອບ 10.000 ເທື່ອຄົນ.
ສ່ວນນະຄອນດ່ານັງຄາດວ່າຈະຕ້ອນຮັບແຂກທ່ອງທ່ຽວກ່ວາ 90.000 ເທື່ອຄົນ. ທ່ານເຈິ່ນຈິເກື່ອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນດ່ານັງ ໃຫ້ຮູ້ວ່າ:
“ກ່ຽວກັບການທ່ອງທ່ຽວທາງອາກາດ, ກໍ່ມີບັນດາສາຍການບິນຈາກຕ່າງປະເທດມາດ່ານັງ ແລະ ປີນີ້ກໍ່ໄດ້ສ້າງບາງສາຍການບິນໃໝ່ຈາກຍິ່ປຸ່ນ. ເລື່ອງສ້າງບັນດາສາຍການບິນເຫຼົ່ານັ້ນຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວຂອງດ່ານັງ ສາມາດຂຸດຄົ້ນໂດຍກົງບັນດາແຫຼ່ງແຂກທ່ອງທ່ຽວຈາກຕະຫຼາດອື່ນໆໃນໂລກ“.
ຊາວຫວຽດນາມອາໄສຢູ່ກຳປູເຈຍສະເຫຼີມສະໜອງວັນຊາດຫວຽດນາມ 2/9
(ພາບ: Xuân Khu/Vietnam+)
ຕອນເຊົ້າວັນທີ 1/9, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນພະນົມເປັນ-ກຳປູເຈຍ ໄດ້ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ 2/9. ຕາງໜ້າໃຫ້ຊາວຫວຽດນາມ ອາໄສຢູ່ກຳປູເຈຍ, ທ່ານຮິງມິງຟູ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນພະນົມເປັນ ເນັ້ນໜັກວ່າ:
“ສະມາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍ ຍາມໃດກໍ່ມຸ່ງໄປສູ່ປະເທດຊາດ, ຮຽງບ່າຮຽງໄລ່ພ້ອມກັບ ປຊຊ ທົ່ວປະເທດ. ປະຈຸບັນ, ປະຊາຄົມຊາວກຳປູເຈຍ ເຊື້ອຊາດຫວຽດນາມ ພວມພ້ອມກັບ ປຊຊ ກຳປູເຈຍ ຮ່ວມແຮງຮ່ວມໃຈສ້າງສາປະເທດກຳປູເຈຍ ໃຫ້ພັດທະນາຢ່າງວັດທະນາຖາວອນ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງຊາດຫວຽດນາມ ແລະ ກຳປູເຈຍຢ່າງໝັ້ນຄົງ“.